ຊາຍຄາລວມທີ່ບໍ່ມີພົມແດນ

ໃນຫ້ອງຮຽນນ້ອຍໆຂອງໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລກທີ 2 ແຂວງເງະອານ, ນາງ ສຸນັນທາ ວັນນິສາ - ເດັກຍິງທີ່ມີຮູບຮ່າງນ້ອຍມາຈາກນະຄອນຫຼວງວຽງຈັນ (ລາວ) ພວມຕັ້ງໃຈຟັງຄູອະທິບາຍບົດຮຽນ.

ເມື່ອຄິດເຖິງມື້ທຳອິດທີ່ມາຮອດໂຮງຮຽນ, ສຸນັນທາ ເລົ່າສູ່ຟັງວ່າ ທຸກສິ່ງທຸກຢ່າງແມ່ນແປກໃໝ່ໝົດຈົນຕົກຕະລຶງ. ໃນຄືນທຳອິດທີ່ຢູ່ຫໍພັກ, ໃນຫ້ອງທີ່ບໍ່ຄຸ້ນເຄີຍ, ນ້ອງຮູ້ສຶກຢ້ານ ແລະໂດດດ່ຽວ, ນ້ອງຄິດຮອດແມ່, ຄິດຮອດບ້ານ... ນ້ອງກໍ່ເລີຍໄຫ້.

leftcenterrightdel
ຫ້ອງຮຽນ K2-Lao ຢູ່ໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລກທີ 2 ແຂວງເງະອານ. ພາບ: tienphong.vn

ແຕ່ກໍຈາກຊ່ວງເວລາທີ່ອ່ອນແອນັ້ນເອງ ນ້ອງຈຶ່ງຄ່ອຍໆຮູ້ສຶກເຖິງອ້ອມກອດທີ່ອົບອຸ່ນຈາກຄູອາຈານ ແລະໝູ່ເພື່ອນຫວຽດນາມ - ຜູ້ທີ່ໃຫ້ກຳລັງໃຈຢ່າງອ່ອນໂຍນ, ແນະນຳພາສາຫວຽດໃຫ້ນ້ອງແຕ່ລະປະໂຫຍກ ຫຼື ທີ່ລຽບງ່າຍໄປກວ່ານັ້ນແມ່ນການແບ່ງເຂົ້າແບ່ງນ້ຳໃຫ້ນ້ອງກິນ ແລະຖາມໄຖ່ຢູ່ຕະຫຼອດເວລາວ່າລື້ງແລ້ວບໍ. ຈາກຄວາມຮູ້ສຶກທີ່ອຶດອັດ ແລະບໍ່ຄຸ້ນເຄີຍໃນເບື້ອງຕົ້ນ, ໂຮງຮຽນກິນນອນກໍ່ຄ່ອຍໆກາຍເປັນສະຖານທີ່ທີ່ນ້ອງພົບຄວາມສະຫງົບສຸກ.

ເລື່ອງລາວຂອງນ້ອງ ສຸນັນທາ ກໍ່ແມ່ນຈິດໃຈອັນດຽວກັນທັງໝົດຂອງນັກຮຽນລາວຫຼາຍກວ່າ 90 ຄົນທີ່ພວມຮຽນຢູ່ໂຮງຮຽນຫຼັງນີ້. ພວກເຂົາມາຈາກຫຼາຍແຂວງທີ່ແຕກຕ່າງກັນເຊັ່ນ: ວຽງຈັນ, ຊຽງຂວາງ, ບໍລິຄຳໄຊ, ສະຫວັນນະເຂດ... ເຖິງວ່າຈະມີຄວາມໄຝ່ໃຝ່ອັນຍິ່ງໃຫຍ່ແຕ່ກໍ່ບໍ່ສາມາດຫຼີກລ້ຽງຄວາມຮູ້ສຶກທີ່ສັບສົນເມື່ອປະເຊີນກັບອຸປະສັກດ້ານພາສາ.

ນ້ອງ ສຸກທິດາ ແກ້ວສີນວນ (ນັກສຶກສາມາຈາກແຂວງສະຫວັນນະເຂດ, ລາວ) ໄດ້ແບ່ງປັນວ່າ “ຕອນຫາກໍ່ມາຮອດໂຮງຮຽນໃໝ່ໆ, ການຮຽນພາສາຫວຽດ ແມ່ນຍາກຫຼາຍ. ມີບາງຄັ້ງຄາວ ນ້ອງຮູ້ສຶກທໍ້ຖອຍໃຈ. ແຕ່ຄູອາຈານ ແລະເພື່ອນຫວຽດນາມ ຍາມໃດກໍ່ແນະນໍາຢ່າງສຸດຈິດສຸດໃຈ. ຍ້ອນສິ່ງນັ້ນ, ນ້ອງຈຶ່ງສາມາດເວົ້າ ແລະເຂົ້າໃຈການອະທິບາຍບົດຮຽນຂອງຄູອາຈານໄດ້ຢ່າງໝັ້ນໃຈ.”

leftcenterrightdel
ອາຈານແນະນໍໍານັກຮຽນລາວເຮັດບົດຝຶກຫັດ. ພາບ: tienphong.vn

ຕາມເອື້ອຍຄູ ຫງວຽນທິເຮືອງກວິ່ງ, ຄູສອນວິຊາ ເຄມີ ຢູ່ໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລກທີ 2 ແຂວງເງະອານ ແລ້ວ, ເພື່ອໃຫ້ນັກຮຽນລາວ ສາມາດຮຽນພາສາຫວຽດ ໄດ້ - ເຊິ່ງເປັນຂໍກຸນແຈສຳຄັນໃນການຮຽນໃນຫຼັກສູດມັດທະຍົມຕອນປາຍ - ພວກເຂົາຕ້ອງຜ່ານປີກຽມ. ຫຼັກສູດການຮຽນ-ການສອນປີກຽມບໍ່ພຽງແຕ່ສອນຫຼັກໄວຍາກອນ ແລະຄຳສັບເທົ່ານັ້ນ, ແຕ່ທາງໂຮງຮຽນຍັງສ້າງສະພາບແວດລ້ອມການສື່ສານຢ່າງຮອບດ້ານ, ຄື: ຫ້ອງຮຽນປົກກະຕິ, ການສອນເພີ່ມຕອນແລງ, ການແຂ່ງຂັນເລົ່າເລື່ອງ, ການຮ້ອງເພງ ແລະການສະແດງເປັນພາສາຫວຽດ...

ເອື້ອຍຄູ ກວິ່ງ ໃຫ້ຮູ້ວ່າ. “ເພື່ອສອນວິຊາທຳມະຊາດໃຫ້ນັກຮຽນ, ພວກຂ້າພະເຈົ້າຕ້ອງໄດ້ກະກຽມຢ່າງລະອຽດທົບຫຼາຍເທົ່າ. ຂ້າພະເຈົ້າເວົ້າຊ້າໆ, ເວົ້າໃຫ້ຈະແຈ້ງ, ຊັດເຈນ, ໃຊ້ອຸປະກອນການສອນເພື່ອໃຫ້ເຫັນພາບ ແລະອະທິບາຍຄືນຫຼາຍເທື່ອ. ສິ່ງທີ່ສຳຄັນທີ່ສຸດແມ່ນການກວດກາເບິ່ງວ່າ ນັກຮຽນເຂົ້າໃຈແທ້ຫຼືບໍ່,”. ແຕ່ລະຂັ້ນຕອນ, ຄວາມມຶນງົງໃນເບື້ອງຕົ້ນຈະຖືກທົດແທນດ້ວຍຄວາມໝັ້ນໃຈ. ນັກຮຽນລາວ ບໍ່ພຽງແຕ່ຮຽນໄດ້ດີຂຶ້ນກວ່າເກົ່າເທົ່ານັ້ນແຕ່ຍັງເຊື່ອມຕົວເຂົ້າກັບຊຸມຊົນໄດ້ໄວ. ໃນສາຍຕາຂອງຄູອາຈານ, ນັ້ນແມ່ນຄວາມເບີກບານມ່ວນຊື່ນ, ດີໃຈທີ່ສຸດ.

ບົ່ມເພາະຄວາມຮູ້, ປູກຝັງນໍ້າໃຈມິດຕະພາບ

ທ່ານ ໂລແທ່ງບິ່ງ, ຮອງຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລກທີ 2 ແຂວງເງະອານ, ໄດ້ແບ່ງປັນວ່າ ໜ້າທີ່ຂອງໂຮງຮຽນບໍ່ເຄີຍຢຸດຢູ່ພຽງແຕ່ "ການສອນໜັງສື" ເທົ່ານັ້ນ. ສຳລັບຕົວເພິ່ນ ແລະເພື່ອນຮ່ວມງານ, ການບຳລຸງລ້ຽງນັກສຶກສາລາວ ຢູ່ຕ່າງປະເທດ ຍັງເປັນການຮ່ວມເດີນທາງ, ການຮັບຟັງ, ການເປັນເພື່ອນ ແລະແມ່ນແຕ່ການກາຍເປັນຄອບຄົວ ເພື່ອໃຫ້ນັກຮຽນຮູ້ສຶກວ່ານີ້ແມ່ນເຮືອນຫຼັງທີສອງຂອງເຂົາເຈົ້າຢ່າງແທ້ຈິງ.

leftcenterrightdel
ໃນສົກຮຽນ 2025-2026, ໂຮງຮຽນມັດທະຍົມຕອນປາຍຊົນເຜົ່າກິນນອນ ເລກທີ 2 ແຂວງເງະອານ ຮັບນັກຮຽນລາວເພີ່ມອີກ 30 ຄົນທີ່ມາຈາກ 6 ແຂວງ. ພາບ: tienphong.vn 

ໃນຊຸມວັນຕົ້ນສົກຮຽນໃໝ່ຍາມໃດກໍ່ແມ່ນຊ່ວງເວລາທີ່ພິເສດ. ຄູອາຈານ ໄດ້ຜັດປ່ຽນກັນປະຈຳການຢູ່ຫໍພັກເພື່ອໃຫ້ການຊ່ວຍເຫຼືອໃນທຸກກໍລະນີຢ່າງທັນການ. ເມື່ອເຫັນວ່ານັກຮຽນລາວ ຍັງບໍ່ລື້ງເຄີຍກັບອາຫານຫວຽດນາມ, ຄູອາຈານຈຶ່ງໄດ້ປ່ຽນເມນູອາຫານ, ໂດຍເພີ່ມອາຫານທີ່ມີລົດຊາດ ຈາກບ້ານເກີດເມືອງນອນຂອງພວກນ້ອງ ເພື່ອໃຫ້ກິນງ່າຍຂຶ້ນກວ່າເກົ່າ. ແກງແຊບໆໜຶ່ງຖ້ວຍ, ຄຳຖາມທີ່ປອບໂຍນກ່ອນນອນ, ຫຼື ຄຳເວົ້າທີ່ໃຫ້ກຳລັງໃຈທຸກໆຄໍ່າຄືນ... ສິ່ງເຫຼົ່ານີ້ແມ່ນສາຍແນນເພື່ອເຊື່ອມຕໍ່ ແລະບັນເທົາຄວາມຄິດຮອດຄອບຄົວເມື່ອຢູ່ຕ່າງປະເທດ. ຄູ ບິ່ງ ໄດ້ແບ່ງປັນວ່າ “ມີມື້ໜຶ່ງ, ນັກຮຽນຊາຍ ຄົນລາວເປັນໄຂ້ຂຶ້ນສູງໃນຕອນກາງຄືນ. ຄູ ບິ່ງ ແລະຄູຄຸ້ມຄອງນັກຮຽນ ໄດ້ພາລາວ ໄປຫ້ອງສຸກເສີນທັນທີເມື່ອເຫັນລາວນອນຢູ່ເທິງຕຽງຄົນເຈັບ, ພວກເຮົາເປັນຫ່ວງຄືວ່າລາວເປັນລູກຂອງພວກເຮົາເອງ. ເມື່ອລາວຮູ້ສຶກຕົວຄືນມາພວກເຮົາຈຶ່ງຮູ້ສຶກໂລ່ງໃຈ”

ຢູ່ເບື້ອງຫຼັງຂອງການອຸທິດຕົນນັ້ນ ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງ, ຄື: ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໜຸ່ມໃຫ້ແກ່ປະເທດເພື່ອນລາວ ຕາມໂຄງການຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ. ສຳລັບຄູອາຈານພາຍໃນໂຮງຮຽນ, ນັ້ນບໍ່ພຽງແຕ່ເປັນໜ້າທີ່ທາງການເມືອງເທົ່ານັ້ນແຕ່ຍັງເປັນວຽກທີ່ເກີດມາຈາກໃຈ, ຮຽກຮ້ອງຕ້ອງມີຄວາມອົດທົນ ແລະການເສຍສະຫຼະຢ່າງງຽບໆ. ເພື່ອຊ່ວຍໃຫ້ນັກຮຽນລາວເຊື່ອມໂຍງໄດ້ໄວຂຶ້ນ, ກິດຈະກຳແລກປ່ຽນວັດທະນະທຳຫຼາຍຢ່າງ ແລະການເຄື່ອນໄຫວແຂ່ງຂັນກິລາໄດ້ຖືກຈັດຂຶ້ນໃນຕະຫຼອດສົກຮຽນ.

ໃນຍາມບຸນເຕັດ, ພວກນ້ອງ ຈະໄດ້ຮຽນຮູ້ວິທີຫໍ່ເຂົ້າຕົ້ມ, ຕົບແຕ່ງປະດັບປະດາດອກໝາກຄາຍ ແລະໄດ້ຮັບອັງເປົາ. ໃນທາງກົງກັນຂ້າມ, ເມື່ອບຸນປີໃໝ່ລາວໃກ້ຈະວຽນມາ, ເດີ່ນໂຮງຮຽນກໍ່ຈະຟົດຟື້ນຄວາມມ່ວນຊື່ນໄປດ້ວຍສຽງອວຍພອນ, ສຽງຫົວ, ສຽງເພງປະສົມປະສານໄປກັບການ ຟ້ອນລຳວົງ, ພິທີບາສີສູ່ຂວັນທີ່ເບີກບານມ່ວນຊື່ນ.

ຄູ ບິ່ງ ເນັ້ນໜັກວ່າ "ຜ່ານການຈັດກິດຈະກໍາເຫຼົ່ານັ້ນ, ພວກນ້ອງເຂົ້າໃຈ ແລະເຄົາລົບວັດທະນະທຳຂອງກັນຫຼາຍຂຶ້ນ. ສິ່ງທີ່ສຳຄັນທີ່ສຸດແມ່ນຮູ້ສຶກວ່າສະຖານທີ່ແຫ່ງນີ້ແມ່ນເຮືອນຊານບ້ານຊ່ອງຂອງຕົນແທ້ໆ."

leftcenterrightdel
ການສຶກສາແມ່ນ “ຮາກຖານ” ເພື່ອເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນສັດຊື່ບໍລິສຸດລະຫວ່າງສອງຊາດຫວຽດນາມ ແລະລາວ. ພາບ: tienphong.vn

ຕາມທ່ານ ບິ່ງ ແລ້ວ, ການບຳລຸງກໍ່ສ້າງນັກສຶກສາລາວມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງ, ພ້ອມທັງເປັນຍຸດທະສາດການພັດທະນາໄລຍະຍາວລະຫວ່າງແຂວງເງະອານ ແລະແຂວງຕ່າງໆຂອງລາວ. ການສຶກສາແມ່ນ “ຮາກຖານ” ເພື່ອເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນສັດຊື່ບໍລິສຸດລະຫວ່າງສອງຊາດ. ໃນແຕ່ລະປີ, ຫຼັງຈາກຮຽນຈົບຊັ້ນມັດທະຍົມຕອນປາຍແລ້ວ, ນັກສຶກສາລາວຫຼາຍຄົນສືບຕໍ່ສຶກສາຢູ່ມະຫາວິທະຍາໄລ, ວິທະຍາໄລໃນຢູ່ຫວຽດນາມ; ສ່ວນຄົນອື່ນໆເມື່ອກັບຄືນກໍ່ໄປເຮັດວຽກໃນອົງການຂອງລັດ.

ທ່ານ ບິ່ງ ໃຫ້ຮູ້ວ່າ ບໍ່ວ່າເຂົາເຈົ້າຈະໄປໃສກໍ່ຕາມ, ແຕ່ເຂົາເຈົ້າກໍ່ກາຍເປັນ "ທູດ" ພິເສດ - ນຳເອົານໍ້າໃຈທີ່ຈິງໃຈ ແລະປະກອບສ່ວນຮັກສາການພົວພັນມິດຕະພາບທີ່ແໜ້ນແຟ້ນລະຫວ່າງຫວຽດນາມ ແລະລາວ. "ພວກຂ້າພະເຈົ້າບໍ່ພຽງແຕ່ສອນຄວາມຮູ້ທົ່ວໄປເທົ່ານັ້ນແຕ່ຍັງຢາກບຳລຸງສ້າງພະນັກງານ ແລະປັນຍາຊົນໜຸ່ມລາວ ໃຫ້ມີຄວາມເຂົ້າໃຈວັດທະນະທຳຫວຽດນາມ ແລະມີຄວາມຮັກແພງຢ່າງເລິກເຊິ່ງຕໍ່ປະເທດຂອງພວກເຮົາ".

ໂດຍ: ໄຊນີດາ