leftcenterrightdel
ບັນຍາກາດທີ່ງານພົບປະສັງສັນ. ພາບ: baolamdong.vn

ໃນບັນຍາກາດທີ່ອົບອຸ່ນ ແລະເປັນມິດ, ນັກສຶກສາລາວ ໄດ້ທົບທວນຄືນມູນເຊື້ອແຫ່ງຄວາມສາມັກຄີ ແລະຈົງຮັກພັກດີທີ່ບໍ່ຫວັ່ນໄຫວລະຫວ່າງຫວຽດນາມ ແລະລາວ ຜ່ານໄລຍະປະຫວັດສາດ, ໂດຍສະເພາະແມ່ນໃນການຕໍ່ສູ້ ເພື່ອການປົດປ່ອຍຊາດ ແລະສ້າງສາປະເທດຊາດ.

ກ້າວເຂົ້າສູ່ໄລຍະໃໝ່ຂອງການພັດທະນາ, ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດສືບຕໍ່ໄດ້ຮັບການປັບປຸງ, ນັບມື້ນັບເລິກເຊິ່ງ ແລະມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນ, ການນໍາພະແນກ ແລະຂະແໜງການໄດ້ເຂົ້າຮ່ວມການພົບປະສັງສັນ. ພາບ: baolamdong.vn

ໃນໄລຍະຜ່ານມາ, ແຂວງເລີມດົ່ງ ໄດ້ຍູ້ແຮງສາຍພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງບໍ່ຢຸດຢັ້ງ, ໃນນັ້ນ, ສອງແຂວງແຮກສ່ຽວແມ່ນຈຳປາສັກ ແລະບໍລິຄຳໄຊ.

leftcenterrightdel
ທ່ານ ຫງວຽນບ້ານ, ປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລີມດົ່ງ ກ່າວຄໍາເຫັນ. ພາບ: baolamdong.vn

ໃນໄລຍະກວ່າ 10 ປີຜ່ານມາ, ແຂວງເລີມດົ່ງ ໄດ້ຕ້ອນຮັບນັກສຶກສາລາວ ຫຼາຍຄົນມາຮຽນຢູ່ວິທະຍາຄານທະຫານບົກດ່າລາດ ແລະມະຫາວິທະຍາໄລດ່າລາດ; ພ້ອມທັງ, ແຂວງໄດ້ຈັດຕັ້ງຜັນຂະຫຍາຍກິດຈະກຳຕ່າງໆເພື່ອສະໜັບສະໜູນ ແລະຖ່າຍທອດວິທະຍາສາດເຕັກໂນໂລຊີສູງໃນຂົງເຂດກະສິກຳ, ລົງທຶນໃນການກໍ່ສ້າງ ແລະນໍາໃຊ້ໂຮງຮຽນພອນສະຫວັນມິດຕະພາບຈຳປາສັກ-ເລີມດົ່ງ ຢ່າງມີປະສິດທິຜົນ.

leftcenterrightdel
ມອບຂອງຂວັນເຕັດໃຫ້ນັກສຶກສາລາວ ພວມຮໍ່າຮຽນຢູ່ມະຫາວິທະຍາໄລດ່າລາດ. ພາບ: baolamdong.vn

ທີ່ການພົບປະສັງສັນ, ຜູ້ຕາງໜ້າສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລີມດົ່ງ ໄດ້ສົ່ງຄໍາອວຍພອນປີໃໝ່ໃຫ້ແກ່ນັກສຶກສາລາວ, ໂດຍຫວັງວ່າພວກນ້ອງຈະສືບຕໍ່ມານະພະຍາຍາມໃນການຮຽນ ແລະຝຶກຝົນຫຼໍ່ຫຼອມ, ສະສົມຄວາມຮູ້ເພື່ອຫຼັງຈາກຮຽນຈົບແລ້ວກັບຄືນປະເທດເພື່ອປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ; ພ້ອມກັນນັ້ນ ກໍ່ກາຍເປັນ "ທູດແຫ່ງມິດຕະພາບ", ປະກອບສ່ວນເຂົ້າໃນການຮັກສາຄວາມສາມັກຄີ ແລະສະໜິດຕິດພັນອັນຍາວນານລະຫວ່າງຫວຽດນາມ-ລາວ.

ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງເລີມດົ່ງ ໄດ້ມອບຂອງຂວັນປີໃໝ່ໃຫ້ນັກສຶກສາລາວ 28 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລດ່າລາດ, ຊ່ວຍໃຫ້ເຂົາເຈົ້າສະເຫຼີມສະຫຼອງວັນປີໃໝ່ປະຈໍາຊາດທີ່ຫ່າງໄກຈາກບ້ານເກີດເມືອງນອນໃນບັນຍາກາດທີ່ອົບອຸ່ນ ແລະມີຄວາມໝາຍ.

ໂດຍ: ໄຊນີດາ