ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ
ກປ.ອອນໄລ - ໃນບັນຍາກາດທີ່ຟົດຟື້ນ ແລະພາກພູມໃຈມຸ່ງໄປສູ່ເຫດການທາງການເມືອງອັນສໍາຄັນຂອງປະເທດ, ຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກ ປະຈຳລາວ ໄດ້ຈັດຕັ້ງການຊົມການຖ່າຍທອດສົດພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ຮັບຟັງເນື້ອໃນທີ່ວາລະໄຂກອງປະຊຸມ, ບັນດາຜູ້ແທນແມ່ນພະນັກງານ, ສະມາຊິກພັກ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ລ້ວນແຕ່ສະແດງຄວາມພາກພູມໃຈ, ຄວາມເອກອ້າງທະນົງໃຈຕໍ່ພາບພົດຫວຽດນາມ ທີ່ໄດ້ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານທີ່ປະເທດຊາດ ບັນລຸໄດ້ໃນອາຍຸການຜ່ານມາ, ພ້ອມທັງສະແດງຄວາມຫວັງຕໍ່ລັດຖະນະໂຍບາຍບຸກທະລຸ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ເພື່ອນຳປະເທດ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບືນຂຶ້ນຂອງຊາດ.
    |
 |
|
ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ຮັບຟັງການນໍາສະເໜີບົດລາຍງານກ່ຽວກັບເອກະສານຍ່ືນສະເໜີທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງທ່ານເລຂາທິການໃຫຍ່ ໂຕເລິມ. |
ດ້ວຍຄວາມພາກພູມໃຈ, ຄວາມເອກອ້າງທະນົງໃຈຕໍ່ກັບປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ, ພ້ອມດ້ວຍຜົນງານອັນໃຫຍ່ຫຼວງ, ຮອບດ້ານທີ່ປະເທດ ແລະປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະ 80 ກວ່າປີຜ່ານມາ ພາຍໃຕ້ການນຳພາຂອງພັກ, ພະນັກງານ, ສະມາຊິກພັກທຸກຖ້ວນໜ້າ ຂຶ້ນກັບອົງຄະນະພັກປະຈໍາລາວ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໄດ້ອວຍພອນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ນໍາພາປະເທດຊາດ ແລະ ປະຊາຊົນຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ຜາສຸກ, ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໝັ້ນຄົງ.
ສິ້ນສຸດລາຍການຖ່າຍທອດສົດພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ບັນດາຜູ້ແທນລ້ວນແຕ່ສະແດງຄວາມປິຕິຊົມຊື່ນ ແລະເຊື່ອໝັ້ນ. ເຫດການດັ່ງກ່າວໄດ້ຕໍ່ກໍາລັງໜູນໃຫ້ພະນັກງານ, ສະມາຊິກພັກ, ຊາວຫວຽດນາມ ອາໄສຢູ່ລາວ ສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດ ເພື່ອສ້າງສາປະເທດຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ປະກອບສ່ວນແທດຈິງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.
ໂດຍ: ທູຈາງ