ຕາມກະຊວງອຸດສາຫະກຳ ແລະການຄ້າ ແລ້ວ, ວົງເງິນການຄ້າສອງຝ່າຍຫວຽດນາມ - ລາວ ບັນລຸ 2,2 ຕື້ ໂດລາສະຫະລັດ ໃນປີ 2024. ໃນປີ 2025, ວົງເງິນການຄ້າສອງຝ່າຍບັນລຸ 2,98 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 32,7% ເມື່ອທຽບໃສ່ປີ 2024.

ປະເພດສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງລາວ ໃນປີ 2025 ລວມມີ: ຜະລິດຕະພັນເຄມີ, ເຄື່ອງຈັກ, ອຸປະກອນ, ເຫຼັກ ແລະເຫຼັກກ້າ, ອາຫານສັດ, ຝຸ່ນ, ຜະລິດຕະພັນພຼາດສະຕິກ, ເຈ້ຍ, ສາຍໄຟຟ້າ, ວັດສະດຸກໍ່ສ້າງ, ເຂົ້າໜົມ, ກາເຟ.

ທາງກົງກັນຂ້າມ, ຫວຽດນາມ ນຳເຂົ້າຈາກລາວ ສ່ວນຫຼາຍແມ່ນຖ່ານຫີນ, ຝຸ່ນ, ໝາກໄມ້ ແລະຜັກ ແລະໂລຫະ ອື່ນຈຳນວນໜຶ່ງ.

leftcenterrightdel
ການນໍາເຂົ້າ-ສົ່ງອອກຜ່ານດ່ານຊາຍແດນ ຫວຽດນາມ-ລາວ ຮັກສາລະດັບການເຕີບໂຕ. ພາບ: ມິງແອັງ

ຕາມທ່ານນາງ ເຈີ່ນທິຕູ໊ແອັງ, ທີ່ປຶກສາທູດການຄ້າຫວຽດນາມ ປະຈຳລາວ ແລ້ວ, ໝາກຜົນດັ່ງກ່າວບັນລຸໄດ້ຍ້ອນມີການຜັນຂະຫຍາຍປະຕິບັດບັນດາສັນຍາການຄ້າສອງຝ່າຍ ແລະການຄ້າຊາຍແດນ ທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ພ້ອມກັບບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການເຊື່ອມຈອດວິສາຫະກິດລະຫວ່າງສອງປະເທດ.

ກະຊວງອຸດສາຫະກຳ ແລະການຄ້າ ຖືວ່າ, ໃນໄລຍະຈະມາເຖິງ, ເປົ້າໝາຍຍົກວົງເງິນການຄ້າ ຫວຽດນາມ - ລາວ ໃຫ້ຂຶ້ນເຖິງ 5 ຕື້ ໂດລາສະຫະລັດ ຮຽກຮ້ອງໃຫ້ມີການສົມທົບກັນຢ່າງຄົບຊຸດລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະການເຂົ້າຮ່ວມທີ່ຕັ້ງໜ້າຂອງປະຊາຄົມວິສາຫະກິດຂອງສອງປະເທດ, ເພື່ອແນໃສ່ຊຸກຍູ້ການຄ້າສອງຝ່າຍໃຫ້ພັດທະນາຢ່າງແທດຈິງ ແລະຍືນຍົງ.

ໂດຍ: ທູຈາງ