ນີ້ແມ່ນເຫດການວັດທະນະທໍາ-ການເມືອງອັນສໍາຄັນຍິ່ງ ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະລະນຶກເຖິງວັນຄ້າຍວັນເກີດ ຄົບຮອບ 105 ປີ ຂອງປະທານໄກສອນ ພົມວິຫານ. ລາຍການ ໄດ້ຈັດຕັ້ງປະຕິບັດພາຍໃຕ້ການເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຕິດແທດ ແລະໂດຍກົງຂອງການນໍາຂັ້ນສູງສອງພັກ, ສອງລັດ, ຜ່ານນັ້ນຢັ້ງຢືນການສະໜັບສະໜູນຢ່າງແຮງ, ຮອບດ້ານ ແລະຄຽງບ່າຄຽງໄຫຼ່ຂອງຫວຽດນາມ ຕໍ່ກັບພາລະກິດປະຕິວັດ ແລະກິດຈະການປ່ຽນແປງໃໝ່ຂອງປະເທດລາວ ອ້າຍນ້ອງ.

ລາຍການມີການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພ້ອມດ້ວຍບັນດາສະຫາຍກໍາມະການກົມການເມືອງ, ຄະນະເລຂາທິການ, ກໍາມະການສູນກາງພັກ ແລະການນໍາບັນດາກະຊວງ, ຄະນະ, ຂະແໜງການຂອງລາວ.

leftcenterrightdel
ງານສະແດງສິລະປະພິເສດ “ຫວຽດນາມ-ລາວ ມະຫາກາບ ແຫ່ງມິດຕະພາບ” ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 9 ມັງກອນ, ທີ່ສະໜາມກິລາແຫ່ງຊາດຫຼັກ 16. ພາບ: thethaovanhoa.vn

ຝ່າຍຫວຽດນາມ ມີການເຂົ້າຮ່ວມຂອງສະຫາຍ ຫງວຽນວັນຮຸ່ງ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ; ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ. ນອກນີ້, ລາຍການຍັງມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ແລະປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ທໍາມາຫາກິນຢູ່ ລາວ ເກືອບ 17.000 ຄົນ.

ກ່າວຄໍາເຫັນໄຂລາຍການ, ສະຫາຍ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ເນັ້ນໜັກເຖິງຂອບຂະໜາດອັນໃຫຍ່ຫຼວງຂອງການພົວພັນສອງຝ່າຍ ຫວຽດນາມ-ລາວ ເຊິ່ງແມ່ນການພົວພັນທີ່ສັດຊື່ບໍລິສຸດ, ຜ່ອງໃສຫາຍາກໃນໂລກ, ໄດ້ຮັບການຊຸບຫຼໍ່ຜ່ານສິ່ງທົດສອບຂອງປະຫວັດສາດ ແລະແຕກດອກອອກຜົນ ຢ່າງບໍ່ຢຸດຢັ້ງ. ສະຫາຍ ຫງວຽນວັນຮຸ່ງ ແບ່ງປັນວ່າ ຜ່ານພາສາແຫ່ງສິລະປະ, ພວກຂ້າພະເຈົ້າ ຢາກເຊີດຊູບັນດາຜົນງານອັນສະຫງ່າລາສີ ເຊິ່ງພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້. ລາຍການນີ້ເປັນ “ຂີດໝາຍໃໝ່” ເພື່ອເສີມສ້າງຕື່ມອີກຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ, ສຸດຈິດສຸດໃຈລະຫວ່າງບັນດາສະຫາຍ, ອ້າຍນ້ອງ.

ສ່ວນສະຫາຍນາງ ສວນສະຫວັນ ວິຍະເກດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະການທ່ອງທ່ຽວ ລາວ ໄດ້ສະແດງຄວາມຂອບອົກຂອບໃຈອັນເລິກເຊິ່ງຕໍ່ຂອງຂວັນທາງດ້ານຈິດໃຈອັນໃຫຍ່ຫຼວງ ເຊິ່ງ ຫວຽດນາມ ໄດ້ມອບໃຫ້. ສະຫາຍນາງ ສວນສະຫວັນ ວິຍະເກດ ຢັ້ງຢືນວ່າ ລາຍການແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ການຫຸ້ນ ສ່ວນຍຸດທະສາດລະຫວ່າງສອງພື້ນຖານວັດທະນະທໍາ. ງານສະແດງສິລະປະພິເສດຄັ້ງນີ້ບໍ່ພຽງແຕ່ສ່ອງແສງໃຫ້ເຫັນເຖິງຂອບຂະໜາດຂອງການພົວພັນ ເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເຄົາລົບນັບຖືເປັນຢ່າງສູງ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ເຫດການສໍາຄັນຍິ່ງຂອງປະເທດ ລາວ ອີກດ້ວຍ.

ລາຍການສະແດງສິລະປະພິເສດ “ຫວຽດນາມ-ລາວ: ມະຫາກາບແຫ່ງມິດຕະພາບ” ບໍ່ພຽງແຕ່ເປັນເຫດການວັດທະນະທໍາ ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຂອງພັກ ເທົ່ານັ້ນຫາກຍັງເປັນການຢັ້ງຢືນກ່ຽວກັບພະລັງຊີວິດອັນແຮງກ້າຂອງການພົວພັນພິເສດ ຫວຽດນາມ-ລາວ ໃນຍຸກສະໄໝໃໝ່.

ໂດຍ: ໄຊຊະນະ