leftcenterrightdel
ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມ ປະຈຳ ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ເປັນປະທານກອງປະຊຸມຂ່າວ, ທ່ານ ຟານມິງຈ໊ຽນ ອຸປະທູດຊົ່ວຄາວຂອງສະຖານທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຈະວາງແຜນນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມ ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບໃນການປະຕິບັດເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທໍາ, ສີວິໄລ”.

ບົນພື້ນຖານສາຍພົວພັນແບບພິເສດ ຫວຽດນາມ-ລາວ, ທ່ານ ຟານມິງຈ໊ຽນ ສະເໜີບັນດາອົງການສື່ມວນຊົນລາວ ສົມທົບຢ່າງແໜ້ນແຟ້ນກັບຄູ່ຮ່ວມມືຫວຽດນາມ ແລະສະຖານທູດຫວຽດນາມ ປະຈຳ ລາວ ໂຄສະນາກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ແລະຜົນງານແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ ແລະລາວ.

ຕາງໜ້າໃຫ້ບັນດາຜູ້ແທນ ແລະນັກຂ່າວລາວ, ທ່ານ ສາຄອນ ພົມມະລາດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດ, ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງມີໄຊ. ອົງການສື່ມວນຊົນລາວ ຈະຕິດຕາມຢ່າງຕັ້ງໜ້າ, ສົ່ງຂ່າວການເຄື່ອນໄຫວຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຢ່າງທັນການ.

ໂດຍ: ເຈິ່ນຮວ່ຽນ