ສິ່ງດັ່ງກ່າວນີ້ໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃຫ້ມີການປ່ຽນແປງໃໝ່ຢ່າງແຂງແຮງກ່ຽວກັບຈິນຕະນາການພັດທະນາ, ວິທີການນຳພາ ແລະກໍາລັງຄວາມສາມາດໃນການຈັດຕັ້ງປະຕິບັດ, ຮັບປະກັນເປົ້າໝາຍທີ່ພັກ ວາງອອກໄດ້ເຂົ້າສູ່ຊີວິດຕົວຈິງ, ນໍາເອົາໝາກຜົນທີ່ລະອຽດ, ແທດຈິງມາໃຫ້.
ທ່າແຮງບົ່ມຊ້ອນ ເພື່ອພັດທະນາ
ໃນການເຂົ້າຮ່ວມປະກອບຄວາມເຫັນ, ປຶກສາຫາລືທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຕີລາຄາສູງວິທີການທາງວິທະຍາສາດ, ກະທັດຮັດ ແລະຈຸດໃໝ່ທີ່ມີລັກສະນະບຸກທະລຸຂອງເອກະສານຕ່າງໆ, ເປັນຕົ້ນແມ່ນເປົ້າໝາຍການພັດທະນາເສດຖະກິດ. ຜູ້ແທນຫຼາຍຄົນໄດ້ເນັ້ນໜັກເຖິງການຫັນປ່ຽນຮູບແບບການເຕີບໂຕຈາກການອີງໃສ່ຊັບພະຍາກອນໄປສູ່ການອີງໃສ່ຄວາມຮູ້, ວິທະຍາສາດ-ເຕັກໂນໂລຊີ, ແລະນະວັດຕະກຳ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ຄວາມຮຽກຮ້ອງຕ້ອງການຂອງການເຕີບໂຕສູງ ແລະຍືນຍົງແມ່ນຢູ່ລະດັບສອງຕົວເລກໃນໄລຍະທີ່ຈະມາເຖິງ ພວມເປັນເລື່ອງເລັ່ງດ່ວນ ເພື່ອສໍາເລັດເປົ້າໝາຍຍຸດທະສາດການພັດທະນາປະເທດຮອດປີ 2030 ແລະ 2045.
ການກຳນົດເປົ້າໝາຍການພັດທະນາເສດຖະກິດແມ່ນຂຶ້ນກັບສະພາບແວດລ້ອມຂອງການຫັນເປັນໂລກາພິວັດ ແລະການຮ່ວມສຳພັນດ້ານເສດຖະກິດກຳລັງດຳເນີນໄປຢ່າງແຂງແຮງ ແລະກຳລັງປະເຊີນໜ້າກັບຄວາມຫຍຸ້ງຍາກໃໝ່, ສິ່ງທ້າທາຍໃຫຍ່. ລັດທິປົກປ້ອງ, ນະໂຍບາຍພາສີອາກອນທີ່ບັງຄັບໃຊ້, ຄວາມສ່ຽງທີ່ອາດຈະເກີດສົງຄາມດ້ານການຄ້າແມ່ນໄປຄຽງຄູ່ກັບທ່າອ່ຽງຂອງການດັດປັບລະບົບຕ່ອງໂສ້ການຜະລິດ ແລະລະບົບຕ່ອງໂສ້ການສະໜອງທົ່ວໂລກ. ການປະຕິວັດອຸດສາຫະກຳຄັ້ງທີ 4 ສືບຕໍ່ພັດທະນາ ແລະສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ທຸກຂົງເຂດ.
    |
 |
|
ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: qdnd.vn |
ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ລ້ວນແຕ່ໃຫ້ຂໍ້ສັງເກດວ່າ ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ພາລະກິດອັນໃຫຍ່ຫຼວງ, ທ່າແຮງບົ່ມຊ້ອນ, ຖານະບົດບາດ ແລະອິດທິພົນຊື່ສຽງລະດັບສາກົນຂອງປະເທດໄດ້ຮັບການຍົກສູງຂຶ້ນ, ເຊິ່ງເປັນພື້ນຖານທີ່ສຳຄັນເພື່ອໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່. ໄປຄຽງຄູ່ກັບໂອກາດ ແລະຂໍ້ສະດວກອັນຍິ່ງໃຫຍ່ເຫຼົ່ານີ້, ຂະບວນການພັດທະນາເສດຖະກິດຂອງປະເທດກໍ່ກຳລັງປະເຊີນກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ. ພື້ນຖານເສດຖະກິດ ຍັງອີງໃສ່ປັດໄຈພາຍນອກຫຼາຍ; ສະມັດຕະພາບແຮງງານ, ຄຸນນະພາບການເຕີບໂຕ ແລະກຳລັງແກ່ງແຍ້ງແຂ່ງຂັນຂອງຊາດຍັງບໍ່ທັນສູງ ແລະການປັບປຸງກໍ່ຍັງບໍ່ທັນຍືນຍົງ...
ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍທີ່ກ່າວມາຂ້າງເທິງນີ້ຮຽກຮ້ອງຕ້ອງມີຈິນຕະນາການພັດທະນາໃໝ່, ວິໄສທັດຍຸດທະສາດໄລຍະຍາວ, ຄວາມຕັດສິນໃຈທາງດ້ານການເມືອງສູງ ແລະມີມາດຕະການແກ້ໄຂຢ່າງຄົບຊຸດ, ບຸກທະລຸເພື່ອໝູນໃຊ້ໂອກາດ, ຜ່ານຜ່າສິ່ງທ້າທາຍ, ສ້າງພື້ນຖານທີ່ໝັ້ນແກ່ນສຳລັບການພັດທະນາເສດຖະກິດໄວ ແລະຍືນຍົງໃນໄລຍະທີ່ຈະມາເຖິງ.
ເຖິງຢ່າງໃດກໍຕາມ, ບົນພື້ນຖານການໃຫ້ຂໍ້ສັງເກດກ່ຽວກັບສະຖານະການ, ປະເທດຫວຽດນາມ ມີພື້ນຖານພຶດຕິກຳຕົວຈິງເພື່ອບັນລຸເປົ້າໝາຍການເຕີບໂຕເສດຖະກິດ 10% ຂຶ້ນໄປໃນໄລຍະທີ່ຈະມາເຖິງ. ຊີ້ແຈງພື້ນຖານນີ້ໃຫ້ມີຄວາມຈະແຈ້ງຂຶ້ນຕື່ມ, ທ່ານ ຫງວຽນແອງຕວນ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຍບາຍ ແລະຍຸດທະສາດສູນກາງ, ຖືວ່າ: ບົນພື້ນຖານໄດ້ສ້າງຂຶ້ນ ແລະຄວາມຄາດຫວັງບືນຕົວຂຶ້ນຂອງຊາດ, ຫວຽດນາມ ມີເງື່ອນໄຂ, ທ່າແຮງບົ່ມຊ້ອນຢ່າງຄົບຖ້ວນ ແລະມີຄວາມໝັ້ນໃຈເພື່ອບັນລຸເປົ້າໝາຍນີ້. ປະສິດທິຜົນລວມຂອງພື້ນຖານເສດຖະກິດຍັງຕໍ່າ; ຖ້າມີການປັບປຸງ, ຂຸດຄົ້ນທ່າແຮງບົ່ມຊ້ອນ ແລະແກ້ໄຂຈຸດອຸດຕັນ, ຂຸດຄົ້ນແຫຼ່ງກຳລັງໃຫ້ເປັນຢ່າງດີນັ້ນຈະສ້າງການເຕີບໂຕທີ່ບຸກທະລຸ. ທຸກຂົງເຂດເສດຖະກິດລ້ວນແຕ່ສະແດງອອກໃຫ້ເຫັນວ່າ ຍັງມີທ່າແຮງບົ່ມຊ້ອນເຕີບໂຕຫຼາຍຢູ່. ແຫຼ່ງກຳລັງ ແລະກຳລັງແຮງໃໝ່ຫຼາຍຢ່າງໃຫ້ແກ່ການເຕີບໂຕຍັງບໍ່ທັນໄດ້ຂຸດຄົ້ນ, ເສີມຂະຫຍາຍຢ່າງແຂງແຮງ ເທື່ອ.
ມາດຕະການທີ່ຄົບຊຸດ
ດ້ວຍຄວາມຕັດສິນໃຈບັນລຸການເຕີບໂຕໃຫ້ໄດ້ສອງຕົວເລກ, ການຫັນມະຕິຂອງພັກໃຫ້ເປັນລະບອບລະບຽບການ, ເປັນກົນໄກ, ເປັນນະໂຍບາຍລະອຽດໃຫ້ທັນເວລາ, ຄົບຖ້ວນ ແລະມີປະສິດທິຜົນ, ມີຄວາມເປັນໄປໄດ້, ຄົບຊຸດ ແລະສະເໝີຕົ້ນສະເໝີປາຍແມ່ນມີຄວາມໝາຍສຳຄັນທີ່ສຸດ. ໃນນັ້ນ, ຄວາມຮຽກຮ້ອງຕ້ອງການວາງອອກແມ່ນສຸມໃສ່ແກ້ໄຂຈຸດອຸດຕັນໃຫ້ເລິກເຊິ່ງເຖິງຖອງ, ຍົກສູງກຳລັງແກ້ງແຍ້ງແຂ່ງຂັນຂອງພື້ນຖານເສດຖະກິດ.
ຢູ່ແຕ່ລະທ້ອງຖິ່ນ, ຂົງເຂດ, ຜູ້ແທນໄດ້ວາງອອກມາດຕະການຕ່າງໆຢ່າງລະອຽດເພື່ອປະກອບສ່ວນໃຫ້ການພັດທະນາເສດຖະກິດບັນລຸເປົ້າໝາຍການເຕີບໂຕ. ໃນສະພາບການໃໝ່, ໄດ້ສະເໜີເນື້ອໃນຈຳນວນໜຶ່ງ, ຈຸດສຸມແມ່ນ ສືບຕໍ່ບຸກທະລຸການສ້າງ ແລະ ປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຂຸດຄົ້ນທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາ; ຖືນີ້ເປັນ "ບຸກທະລຸຂອງບຸກທະລຸ", ເຊິ່ງເປັນຂໍ້ໄດ້ປຽບໃນການແກ້ງແຍ້ງແຂ່ງຂັນຂອງຊາດ. ເອົາໃຈໃສ່ຕໍ່ການສ້າງສະພາບແວດລ້ອມທີ່ໂປ່ງໃສ, ກອບກົດໝາຍທີ່ໝັ້ນຄົງ, ມີລັກສະນະຄາດເດົາສູງ ເພື່ອສ້າງກຳລັງໜູນຊຸກຍູ້ການເຕີບໂຕໄວ ແລະຍືນຍົງຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ການຄວບຄຸມອັດຕາເງິນເຟີ້ ແລະ ຮັບປະກັນຄວາມສົມດຸນທີ່ສຳຄັນຂອງພື້ນຖານເສດຖະກິດ.
ໃນສະພາບການໃໝ່ນີ້, ຮຽກຮ້ອງຕ້ອງຍູ້ແຮງການຫັນເປັນອຸດສາຫະກຳ ແລະທັນສະໄໝ, ປັບປຸງໂຄງສ້າງເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຂງແຮງ; ພັດທະນາອຸດສາຫະກຳ, ກະສິກຳ ແລະການບໍລິການຕາມລະບົບຕ່ອງໂສ້ມູນຄ່າຢ່າງຄົບຊຸດ, ສ້າງຕັ້ງເຂດການເຕີບໂຕທີ່ເຂັ້ມແຂງ, ເຂດເສດຖະກິດຈຸດສຸມ, ຕົວເມືອງຕ່າງໆ, ເຂດເສດຖະກິດພິເສດ. ເສີມຂະຫຍາຍບົດບາດຂອງຂົງເຂດເສດຖະກິດໃຫ້ໄດ້ຢ່າງສຸດຂີດ, ພິເສດແມ່ນຂົງເຂດເສດຖະກິດພາກເອກະຊົນ, ຍົກສູງປະສິດທິຜົນເສດຖະກິດພາກລັດ, ພັດທະນາເສດຖະກິດລວມໝູ່ຢ່າງມີປະສິດທິຜົນ ແລະ ຍືນຍົງ. ຍູ້ແຮງຂົງເຂດວິທະຍາສາດ ແລະເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນໃຫ້ເປັນກຳລັງແຮງຫຼັກ; ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເປັນປັດໄຈຫຼັກແຫຼ່ງແກ່ນສານເພື່ອຊຸກຍູ້ກຳລັງແຮງເຕີບໂຕໃໝ່.
ບັນດາມາດຕະການທີ່ຍົກອອກມາຂ້າງເທິງນັ້ນແມ່ນຄົບຊຸດແຕ່ກໍ່ມີຈຸດສຸມ, ຈຸດໃຈກາງເພື່ອແນໃສ່ສຸມໃສ່ແກ້ໄຂບັນດາຈຸດອຸດຕັນໃຫ້ເປັນຢ່າງດີ, ພ້ອມທັງກະຕຸ້ນ, ສ້າງກໍາລັງໜູນເພື່ອບັນລຸເປົ້າໝາຍການເຕີບໂຕໃຫ້ໄດ້ສອງຕົວເລກໃນໄລຍະໃໝ່.
ໂດຍ: ຈາງຫງວຽນ