ໃນບົດວິເຄາະກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ໜັງສືພິມ Nikkei Asia ໄດ້ສຸມໃສ່ບົດລາຍງານ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ນໍາສະເໜີຢູ່ວາລະເປີດ, ໃນນັ້ນໄດ້ເນັ້ນໜັກວ່າ ເປົ້າໝາຍການເຕີບໂຕລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຢ່າງໜ້ອຍສຸດຕ້ອງແມ່ນ 10% ໃນແຕ່ລະປີໃນໄລຍະ 2026-2030. ໜັງສືພິມ ໄດ້ຊີ້ແຈ້ງວ່າ ໃນປີຜ່ານມາ, ຫວຽດນາມ ໄດ້ຮັບຮູ້ລະດັບເຕີບໂຕ GDP ປະມານ 8% ແລະພວມຜັນຂະຫຍາຍການປະຕິຮູບຢ່່າງເລິກເຊິ່ງກວ້າງຂວາງທີ່ສຸດໃນ 4 ທົດສະວັດເພື່ອແນໃສ່ຍູ້ໄວການປະຕິບັດນະໂຍບາຍ, ສັບຊ້ອນກົງຈັກໃຫ້ກະທັດຮັດ ແລະປະຕິຮູບຫົວໜ່ວຍບໍລິຫານ. ບົດຂ່າວກໍ່ໄດ້ຄັດສະເໜີຄໍາເວົ້າຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ທີ່ຢືນຢັນແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ວ່າແມ່ນຖືກຕ້ອງ, ສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດ ແລະທ່າອ່ຽງພັດທະນາຂອງຍຸກສະໄໝ.

ພ້ອມກັບເລື່ອງລົງຂ່າວໜາແໜ້ນກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV, ບັນດາອົງການສື່ມວນຊົນທາງການຂອງກູບາ ໄດ້ເນັ້ນໜັກເຖິງບົດບາດຂອງພັກກອມມູນິດຫວຽດນາມ ໃນການນໍາພາ, ຊີ້ທິດເຍືອງທາງໃຫ້ປະຊາຊົນກ້າວເຂົ້າສູ່ສັງກາດໃໝ່. ສື່ມວນຊົນກູບາ ກໍ່ເນັ້ນໜັກເຖິງຄວາມສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ໃນການກໍານົດບັນດາເປົ້າໝາຍ ແລະການນໍາພາພັດທະນາປະເທດໃນໄລຍະໃໝ່ເພື່ອສັນຕິພາບ, ເອກະລາດ, ອະທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະຜາສຸກ.

ອີກບົດຂ່າວໜຶ່ງຢູ່ໜັງສືພິມ The New York Times ກໍ່ໄດ້ພັນລະນາ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ວ່າແມ່ນເຫດການສໍາຄັນທີ່ສຸດໃນຫຼາຍທົດສະວັດ, ເຊິ່ງໄດ້ດໍາເນີນໄປໃນຈຸດເວລາທີ່ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ຂະຫຍັນຂັນເຄື່ອນທີ່ສຸດຢູ່ອາຊີ.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມເຂດວາງສະແດງປຶ້ມ, ໜັງສືພິມຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ຫວູຝອງ

ໃນບົດຂຽນໜຶ່ງອີກຂອງສໍານັກຂ່າວສານ Bloomberg ກໍ່ໄດ້ຄັດສະເໜີຄໍາເວົ້າຂອງນັກວິເຄາະທ່ານຕ່າງໆ ໂດຍຖືວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ເປັນຂີດໝາຍທາງການ ແລະປັບປຸງມາດຕະການຕ່າງໆທີ່ໄດ້ກຳນົດຮູບຮ່າງການພັດທະນາເສດຖະກິດມະຫາພາກຂອງຫວຽດນາມ. ໃນສະພາບແວດລ້ອມທີ່ຫວຽດນາມ ກຳລັງບືນຕົວຂຶ້ນສູ່ຕ່ອງໂສ້ມູນຄ່າທີ່ສູງກວ່າ ແລະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045, ກອງປະຊຸມໃຫຍ່ໄດ້ຕັ້ງເປົ້າໝາຍຊຸກຍູ້ການພັດທະນາຂອງພາກພື້ນເອກະຊົນຄືໜຶ່ງໃນບັນດາກໍາລັງແຮງເຕີບໂຕສໍາຄັນທີ່ສຸດ. ກໍ່ຕາມສຳນັກຂ່າວສານ Bloomberg ແລ້ວ, ຫວຽດນາມ ສືບຕໍ່ເປັນພື້ນຖານເສດຖະກິດເປີດປະຕູດ້ານການຄ້າ ແລະການລົງທຶນ, ພ້ອມທັງຊອກຫາວີທີຫຼຸດຜ່ອນການຖືກເສຍຫາຍຕໍ່ການກະທົບຈາກພາຍນອກ ຜ່ານການຫັນເປັນຫຼາຍຮູບຫຼາຍແບບ, ເພີ່ມທະວີຄວາມສາມາດພາຍໃນ ແລະຍົກສູງລະບອບລະບຽບການ.

ວິຈານກ່ຽວກັບໂຄງການດໍາເນີນງານຂອງຫວຽດນາມ ໃນ 5 ປີຕໍ່ໜ້າ, ເວັບໄຊ Modern Diplomacy ໃຫ້ຂໍ້ສັງກາດວ່າ ຮ່າງມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໄດ້ຕັ້ງເປົ້າໝາຍບັນລຸການເຕີບໂຕຢ່າງໜ້ອຍສຸດແມ່ນ 10% ຕໍ່ປີ ໃນ 5 ປີຕໍ່ໜ້າ ເຊິ່ງເປັນບາດກ້າວກະໂດດຂັ້ນພໍສົມຄວນເມື່ອທຽບໃສ່ບັນດາເປົ້າໝາຍກ່ອນນັ້ນ. ບົດຂ່າວທີ່ເອົາລົງຢູ່ Modern Diplomacy ກໍ່ຕີລາຄາວ່າ, ບົນເວທີສາກົນ, ຄວາມສະຖຽນລະພາບດ້ານການເມືອງຂອງຫວຽດນາມ ສືບຕໍ່ນຳເອົາຄວາມອຸ່ນອ່ຽນໃຈມາໃຫ້ນັກລົງທຶນທີ່ພວມຊອກຫາຄວາມໝັ້ນຄົງ.

ໃນຂະນະນັ້ນ, ບັນດາອົງການສື່ມວນຊົນຕ່າງໆຂອງສິງກະໂປ ຄື ໜັງສືພິມ The Straits Times ແລະສໍານັກຂ່າວສານ CNA ກໍ່ໄດ້ເຕື້ອງເຖິງຄໍາໝັ້ນສັນຍາຂອງຫວຽດນາມ ໃນການບັນລຸໄດ້ເປົ້າໝາຍເຕີບໂຕເສດຖະກິດ 10% ໃນຊຸມປີທີ່ຍັງເຫຼືອຂອງທົດສະວັດນີ້, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕ່າງໆ.

ກໍ່ວິເຄາະກ່ຽວກັບເປົ້າໝາຍການເຕີບໂຕ GDP ຂອງຫວຽດນາມ ໃນໄລຍະ 2026-2030, ເວັບໄຊ Stratfor ທີ່ມີສໍານັກງານຕັ້ງຢູ່ອາເມລິກາ ຖືວ່າ, ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ຫວຽດນາມ ຈະຊຸກຍູ້ຮູບແບບການເຕີບໂຕໂດຍສຸມໃສ່ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ຍົກສູງບົດບາດຂອງຂົງເຂດເສດຖະກິດພາກເອກະຊົນ, ພັດທະນາອຸດສາຫະກໍາທັນສະໄໝ. ເວັບໄຊ Stratfor ກໍ່ຄາດຄະເນວ່າ ຫວຽດນາມ ຈະສືບຕໍ່ລົງທຶນໃສ່ພື້ນຖານໂຄງລ່າງດ້ານພະລັງງານ ແລະຄົມມະນາຄົມ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງຜ່ານການປະຕິຮູບ ແລະສັບຊ້ອນກົງຈັກບໍລິຫານໃຫ້ກະທັດຮັດ.

ໂດຍ: ໄຊນີດາ