ຄະນະປະຕິບັດງານແຂວງຄຳມ່ວນ ຢ້ຽມຢາມ ແລະເຮັດວຽກຢູ່ ແຂວງລ້າງເຊີນ
ກປ.ອອນໄລ - ຕອນເຊົ້າວັນທີ 28 ທັນວາ, ຢູ່ຕາແສງ ຮື້ວລຽນ, ສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງລ້າງເຊີນ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງຄຳມ່ວນ ນໍາໂດຍທ່ານ ວັນທະວີ ສານຸວົງ ຮອງຫົວໜ້າພະແນກການຕ່າງປະເທດແຂວງຄຳມ່ວນ ກ່ຽວກັບການແລກປ່ຽນບົດຮຽນປະສົບການ ແລະຊຸກຍູ້ການຮ່ວມມືໃນຂົງເຂດການທ່ອງທ່ຽວຊຸມຊົນ, ໂຄສະນາເຜີຍແຜ່ການທ່ອງທ່ຽວ, ອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າມໍລະດົກ.
ທີ່ການເຮັດວຽກ, ການນຳສູນສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວແຂວງລ້າງເຊີນ ພ້ອມດ້ວຍຜູ້ຕາງໜ້າຄະນະປະຕິບັດງານແຂວງຄຳມ່ວນ ໄດ້ແຈ້ງໃຫ້ຊາບ, ແບ່ງປັນກ່ຽວກັບສະພາບປະຊາກອນ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ລະບົບມໍລະດົກວັດທະນະທຳ-ທຳມະຊາດຂອງແຕ່ລະທ້ອງຖິ່ນ.
    |
 |
|
ຜູ້ຕາງໜ້າຄະນະປະຕິບັດງານແຂວງຄໍາມ່ວນ ແຈ້ງໃຫ້ຊາບກ່ຽວກັບຄວາມສາມາດບ່ົມຊ້ອນທາງທໍາມະຊາດຂອງແຂວງຄໍາມ່ວນ. ພາບ: baolangson.vn |
ໃນນັ້ນ, ແຂວງລ້າງເຊີນ ໄດ້ສຸມໃສ່ແນະນຳກ່ຽວກັບສວນສາທາລະນະທໍລະນີທົ່ວໂລກ UNESCO ລ້າງເຊີນ, ວິວັດການສ້າງສໍາເນົາເອກະສານ, ຈັດຕັ້ງການຄຸ້ມຄອງ, ອະນຸລັກຮັກສາ ແລະຂຸດຄົ້ນບັນດາຄຸນຄ່າມໍລະດົກຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ; ຝ່າຍຄະນະປະຕິບັດງານແຂວງຄຳມ່ວນ ໃຫ້ຮູ້ວ່າ ທາງແຂວງພວມຢູ່ໃນວິວັດການກະກຽມສ້າງສໍາເນົາເອກະສານ ໂດຍສະເໜີໃຫ້ UNESCO ຮັບຮອງເປັນສວນສາທາລະນະທໍລະນີທົ່ວໂລກ. ການເຮັດວຽກຄັ້ງນີ້ແມ່ນໂອກາດເພື່ອໃຫ້ແຂວງຄໍາມ່ວນ ຖອດຖອນບົດຮຽນປະສົບການໃນການຕີລາຄາລະບົບມໍລະດົກທາງທໍລະນີ, ການສ້າງສໍາເນົາເອກະສານວິທະຍາສາດ, ກົງຈັກການຈັດຕັ້ງຄຸ້ມຄອງ, ລະດົມການເຂົ້າຮ່ວມຂອງວົງຄະນະຍາດ, ຕິດພັນການອະນຸລັກຮັກສາມໍລະດົກ ກັບການພັດທະນາການທ່ອງທ່ຽວແບບຍືນຍົງ, ຜ່ານນັ້ນຮັບໃຊ້ເປົ້າໝາຍສ້າງສໍາເນົາເອກະສານ ໂດຍສະເໜີໃຫ້ UNESCO ຮັບຮອງເປັນສວນສາທາລະນະທໍລະນີທົ່ວໂລກ ໃນໄລຍະຈະມາເຖິງ.
    |
 |
|
ຜູ້ຕາງໜ້າສອງຝ່າຍແລກປ່ຽນທີ່ການເຮັດວຽກ. ພາບ: baolangson.vn |
ສອງຝ່າຍໄດ້ແລກປ່ຽນ ແລະຖອດຖອນບົດຮຽນໃນການສົມທົບລະຫວ່າງອໍານາດການປົກຄອງ ກັບປະຊາຊົນໃນການຄຸ້ມຄອງ ແລະປົກປັກຮັກສາປ່າ; ຄຸ້ມຄອງສະຖານທີ່ທ່ອງທ່ຽວຢູ່ໃນເຂດບໍລິເວນສວນສາທາລະນະທໍລະນີ; ພັດທະນາການທ່ອງທ່ຽວນິເວດ, ການທ່ອງທ່ຽວຊຸມຊົນ...; ການລະດົມການເຂົ້າຮ່ວມຂອງວົງຄະນະຍາດໃນການອະນຸລັກຮັກສາ ແລະເສີມຂະຫຍາຍມູນຄ່າຊັບພະຍາກອນທໍລະນີ.
ພ້ອມກັນນັ້ນ, ສອງຝ່າຍຍັງສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ, ເຊື່ອມຈອດບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວເພື່ອພັດທະນາລາຍການທ່ອງທ່ຽວ, ປະກອບສ່ວນດຶງດູດນັກທ່ອງທ່ຽວ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
    |
 |
|
ຄະນະປະຕິບັດງານສອງຝ່າຍ ຢ້ຽມຢາມໝູ່ບ້ານທ່ອງທ່ຽວຊຸມຊົນ ຮືວລຽນ. ພາບ: baolangson.vn |
ໃນຂອບເຂດລາຍການ, ຄະນະປະຕິບັດງານແຂວງຄຳມ່ວນ ໄດ້ໄປຢ້ຽມຢາມໝູ່ບ້ານທ່ອງທ່ຽວຊຸມຊົນ ຮືວລຽນ ແລະສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ໃນເຂດສວນສາທາລະນະທໍລະນີທົ່ວໂລກລ້າງເຊີນ ເພື່ອຊອກຮູ້ຮູບແບບພັດທະນາການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາທັດສະນີຍະພາບ ແລະວັດທະນະທຳທ້ອງຖິ່ນ.
ໂດຍ: ທູຈາງ