leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ຫວຽດນາມ ຄັດຄ້ານການນຳໃຊ້ກຳລັງອາວຸດບຸກໂຈມຕີເຂົ້າປະເທດທີ່ມີອະທິປະໄຕ, ພິເສດແມ່ນບັນດາພື້ນຖານໂຄງລ່າງພົນລະເຮືອນເຮັດໃຫ້ປະຊາຊົນຫຼາຍຄົນເສຍຊີວິດ. ການກະທໍານີ້ໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງ ແລະສືບຕໍ່ນາບຂູ່ເຖິງຊີວິດອິນຊີ, ຄວາມປອດໄພ ແລະຜົນປະໂຫຍດຂອງປະຊາຊົນ, ໃນນັ້ນມີພົນລະເມືອງຫວຽດນາມ ຢູ່ພາກພື້ນ, ກໍ່ຄວາມຂາດສະຖຽນລະພາບໃຫ້ແກ່ການເຄື່ອນໄຫວທາງດ້ານເສດຖະກິດ, ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ.

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ປະຕິບັດຕາມກົດໝາຍສາກົນ, ກົດບັດ ແລະມະຕິສະບັບຕ່າງໆຂອງ ສປຊ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ເຊື່ອມຕໍ່ການເຈລະຈາ, ສ້າງເງື່ອນໄຂສະດວກໃຫ້ແກ່ການສົນທະນາມຸ່ງໄປເຖິງການແກ້ໄຂຄວາກແຕກຕ່າງໂດຍສັນຕິວິທີ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ