ຕາມສະຖານທູດ ແລ້ວ, ເລື່ອງກໍາລັງແຮກໂບລາ ຢູ່ລີບັງ ເຂົ້າຮ່ວມການປະທະກັນໄດ້ເຮັດໃຫ້ເພີ່ມຄວາມສ່ຽງປີນຂັ້ນໄດໃນຫຼາຍທິດ, ໃນຂະນະທີ່ຈໍານວນຜູ້ເສຍຊີວິດ ແລະບາດເຈັບ ຍ້ອນການປະທະກັນມີທ່າອ່ຽງເພີ່ມຂຶ້ນ. ອິດສະຣາແອນ ກໍພວມກ້າວເຂົ້າສູ່ງານບຸນ Purim - ຊ່ວງເວລາທີ່ມັກຈະດໍາເນີນກິດຈະກໍາເຕົ້າໂຮມກັນຫຼາຍຄົນ. ເຖິງຢ່າງໃດກໍຕາມ, ຕາມຄໍາກ່າວເຕືອນປັດຈຸບັນຂອງກອງບັນຊາການແນວຮົບພາຍໃນ ອິດສະຣາແອນ, ບັນດາກິດຈະກໍາເຕົ້າໂຮມກັນຫຼາຍຄົນ ເພື່ອຈັດຕັ້ງງານບຸນ Purim ລ້ວນແຕ່ຖືກຫ້າມ, ນັບທັງຢູ່ໃນຂຸມລີ້ໄພ, ເພື່ອແນໃສ່ຮັບປະກັນຄວາມປອດໄພຢ່າງເດັດຂາດ.

leftcenterrightdel
ສະຖານທີ່ບຸກໂຈມຕີດ້ວຍລູກສອນໄຟຂອງອີຣານ ໃສ່ອາຄານທີ່ຢູ່ອາໄສໃນ Tel Aviv, ອິດສະຣາແອນ, ໃນວັນທີ 1 ມີນາ 2026, ພາຍຫຼັງ ອີຣານ ຍິງລູກສອນໄຟຫຼາຍລູກ ຫຼັງການບຸກໂຈມຕີຂອງອາເມລິກາ ແລະອິດສະຣາແອນ. ພາບ: REUTERS/Roei Kastro

ເພື່ອຮັບປະກັນຄວາມປອດໄພດ້ານຊີວິດອິນຊີ ແລະຊັບສິນ, ສະຖານທູດ ສະເໜີໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມຂໍ້ກໍານົດຂອງອິດສະຣາແອນ ຢ່າງເຂັ້ມງວດ; ຕິດຕາມຂ່າວຈາກກອງບັນຊາການແນວຮົບພາຍໃນ ອິດສະຣາແອນ ຢ່າງເປັນປະຈໍາ; ຫຼຸດຜ່ອນການເດີນທາງໄປມາລະຫວ່າງບັນດານະຄອນ; ຢູ່ໃກ້ເຂດທີ່ມີຂຸມລີ້ໄພຢູ່ສະເໝີ; ເປັນເຈົ້າການສ້າງແຜນການຮັບປະກັນຄວາມປອດໄພໃຫ້ແກ່ຕົນເອງ ແລະຄອບຄົວ, ພ້ອມແລ້ວທີ່ຈະປະຕິບັດແຜນການເຄື່ອນຍ້າຍ ເມື່ອມີຄໍາແນະນໍາຢ່າງເປັນທາງການ. 

ນອກນີ້, ສະຖານທູດ ກໍສະເໜີໃຫ້ປະຊາຄົມຊາວຫວຽດນາມ ຮັກສາການປະສານງານກັບອົງການຜູ້ຕາງໜ້າຢ່າງເປັນປະຈໍາ. ໃນກໍລະນີສຸກເສີນ ຫຼື ຕ້ອງການຂໍຄວາມຊ່ວຍເຫຼືອກ່ຽວກັບການປົກປ້ອງພົນລະເມືອງ, ພໍ່ແມ່ປະຊາຊົນ ສາມາດຕິດຕໍ່ໂດຍກົງໄດ້ ທີ່ເບີໂທ +972 55 502 5616 ແລະ +972 50 878 3373.

* ກ່ອນໜ້ານັ້ນ, ໃນວັນທີ 2 ມີນາ,  ທ່ານ ງຽມຊວນຫາຍດັງ ອຸປະທູດ ສະຖານທູດຫວຽດນາມ ປະຈໍາຢູ່ອິດສະຣາແອນ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ສະຖານທູດ ຍັງບໍ່ທັນຮັບຮູ້ກໍລະນີພົນລະເມືອງຫວຽດນາມ ຄົນໃດ ຖືກເສຍຊີວິດ ຫຼື ຮັບບາດເຈັບໃນບັນດາບັ້ນບຸກໂຈມຕີດ້ວຍລູກສອນໄຟ ໃນມໍ່ໆມານີ້ເທື່ອ.

ໂດຍ: ໄຊຊະນະ