ການເຄື່ອນໄຫວມອບຂອງຂວັນທີ່ຈັດຂຶ້ນຢູ່ເຂດຫຼັກໝາຍຊາຍແດນ 666 (ດ່ານຊາຍແດນອາເດີດ ຂຶ້ນກັບຕາແສງອາເລື໊ຶອຍ 4, ນະຄອນເຫວ້), ຜ່ານນັ້ນປະກອບສ່ວນຮັດແໜ້ນນໍ້າໃຈມິດຕະພາບກວ່າອີກ ແລະເພີ່ມທະວີການສົມທົບກັນຮັບປະກັນຄວາມໝັ້ນຄົງຊາຍແດນ, ຢືນຢັນບົດບາດຫຼັກແຫຼ່ງຂອງກໍາລັງຕໍາຫຼວດຕາແສງອາເວືອງ ໃນການປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ ຫວຽດນາມ-ລາວ.

leftcenterrightdel
ຄະນະປະຕິບັດງານຂອງຕາແສງອາເວືອງ ມອບຂອງຂວັນໃຫ້ອໍານາດການປົກຄອງ ແລະປະຊາຊົນບ້ານກະໂລ. ພາບ: cand.com.vn

leftcenterrightdel
ການນໍາຄະນະພັກຕາແສງອາເວືອງ ມອບຂອງຂວັນໃຫ້ປ້ອມຄວບຄຸມດ່ານຊາຍແດນອາເດີດ. ພາບ: cand.com.vn

leftcenterrightdel
ການນໍາຄະນະກໍາມະການປະຊາຊົນຕາແສງອາເວືອງ ມອບຂອງຂວັນໃຫ້ກອງຮ້ອຍທະຫານຊາຍແດນ 531 (ລາວ). ພາບ: cand.com.vn

ທີ່ການຢ້ຽມຢາມ, ທ່ານ ເຢີເຣີມ ເບ ຮອງເລຂາຜູ້ປະຈໍາການຄະນະພັກຕາແສງອາເວືອງ ໄດ້ຢື້ຢາມຖາມຂ່າວ, ແບ່ງປັນຄວາມຫຍຸ້ງຍາກໃນການດໍາລົງຊີວິດຂອງພໍ່ແມ່ປະຊາຊົນບ້ານກະໂລ, ຢືນຢັນການເຄື່ອນໄຫວທີ່ມີຄວາມໝາຍຄັ້ງນີ້ແມ່ນສິ່ງທີ່ພິສູດໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງຕາແສງອາເວືອງ ແລະບ້ານກະໂລ ເວົ້າສະເພາະ, ລະຫວ່າງສອງປະເທດຫວຽດນາມ ແລະລາວ ເວົ້າລວມ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ພັດທະນາແບບຍືນຍົງ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານຕາແສງອາເວືອງ ກໍ່ໄດ້ມອບຂອງຂວັນທີ່ມີຄວາມໝາຍໃຫ້ອໍານາດການປົກຄອງບ້ານກະໂລ, ປ້ອມຄວບຄຸມດ່ານຊາຍແດນອາເດີດ ແລະກອງຮ້ອຍທະຫານຊາຍແດນ 531 (ລາວ).

ໂດຍ: ໄຊນີດາ