ທ່ານ ເລືອງເກື່ອງ ປະທານປະເທດ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາກອງປະຊຸມ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄໍາເຫັນທີ່ກອງປະຊຸມການເມືອງການທະຫານທົ່ວກອງທັບ ປີ 2025. ພາບ: qdnd.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເລືອງເກື່ອງ ຕີລາຄາວ່າ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ນໍາພາ, ຊີ້ນຳທົ່ວກອງທັບ ປະຕິບັດສໍາເລັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງດີເລີດ. ທ່ານ ເລືອງເກື່ອງ ຮຽກຮ້ອງສືບຕໍ່ຊາບຊຶມ, ປະຕິບັດເຂັ້ມງວດ, ມີປະສິດທິຜົນແນວທາງການປ້ອງກັນຊາດທົ່ວປວງຊົນ, ສົງຄາມປະຊາຊົນ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ດ້ວຍທັດສະນະທີ່ວ່າ “ປະຊາຊົນ ເປັນກົກ”; ຍົກສູງປະສິດທິຜົນ, ປະສິດທິພາບການຄຸ້ມຄອງຂອງລັດ ກ່ຽວກັບການປ້ອງກັນຊາດໃນທຸກຂັ້ນ.
ນອກຈາກນີ້, ຕາມທ່ານປະທານປະເທດ ແລ້ວ, ກອງທັບຕ້ອງເປັນເຈົ້າການ, ຕັ້ງໜ້າ, ຜັນຂະຫຍາຍວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະວຽກງານການທູດປ້ອງກັນຊາດຢ່າງຄົບຊຸດ, ເລິກເຊິ່ງກວ້າງຂວາງ, ຮອບດ້ານ, ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ທົ່ວກອງທັບ ຕ້ອງເລັ່ງບຸກທະລຸ, ປະຕິບັດສໍາເລັດໜ້າທີ່ປີ 2025
ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ລາຍງານການຕີລາຄາໝາກຜົນການນໍາພາປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດປີ 2025, ທ່ານພົນເອກ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຢືນຢັນວ່າ ປີ 2025, ດ້ວຍຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ, ຄວາມຕັດສິນໃຈສູງ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ນໍາພາ, ຊີ້ນໍາທົ່ວກອງທັບຜ່ານຜ່າຄວາມຫຍຸ້ງຍາກ, ເລັ່ງບຸກທະລຸ, ປະຕິບັດສໍາເລັດໜ້າທີ່ປີ 2025 ຢ່າງຮອບດ້ານ. ສົມທົບຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ລະດົມກຳລັງແຮງຂອງທົ່ວລະບົບການເມືອງ ແລະທົ່ວປວງຊົນ, ກໍ່ສ້າງພື້ນ ຖານປ້ອງກັນຊາດທົ່ວປວງຊົນ, ປ້ອງກັນທະຫານເຂດ, ເຂດປ້ອງກັນແຂວງ, ນະຄອນ ໃຫ້ນັບມື້ນັບເຂັ້ມແຂງ...
ຕັດສິນໃຈຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນທີ່ກ້າວໜ້າ, ທັນສະໄໝ
ກ່າວຄໍາເຫັນສະຫຼຸບກອງປະຊຸມ, ຕາງໜ້າຄະນະພັກການການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ປີ 2025 ເປັນຢ່າງດີ, ໂດຍສະເພາະແມ່ນໜ້າທີ່ກຽມພ້ອມສູ້ຮົບ, ການອົບຮົມຫັດແອບ, ຝຶກຊ້ອມ, ການເດີນຂະບວນ, ສວນສະໜາມ, ຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນ... ບົນພື້ນຖານການຄາດຄະເນ, ວິເຄາະໄຈ້ແຍກສະພາບການໂລກ, ພາກພື້ນ ແລະພາຍໃນປະເທດທີ່ກ່ຽວຂ້ອງເຖິງວຽກງານການທະຫານ, ການປ້ອງກັນຊາດ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຕ້ອງເປັນເຈົ້າການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ “ຕັດສິນໃຈຄົ້ນຄວ້າ, ຜະລິດອາວຸດຍຸດໂທປະກອນທີ່ກ້າວໜ້າ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ ປີ 2026 ຢ່າງມີໄຊ. ສຸມໃສ່ກໍ່ສ້າງກອງທັບປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝ; ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຂອງທົ່ວກອງທັບ. ຮັກສາເຂັ້ມງວດລະບອບປະຈໍາການກຽມພ້ອມສູ້ຮົບ; ຄຸ້ມຄອງນ່ານຟ້າ, ນ່ານທະເລ, ເຂດຊາຍແດນ, ເຂດດິນຕໍ່ແຜ່ນ ແລະທາງໄຊເບີ ຢ່າງແໜ້ນແຟ້ນ.
    |
 |
|
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn |
ເອົາໃຈໃສ່ກໍ່ສ້າງອົງຄະນະພັກກອງທັບ ໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ “ເປັນແບບຢ່າງ, ດີເດັ່ນ”, ຖັນແຖວພະນັກງານ, ສະມາຊິກພັກນໍາໜ້າປະຈັນບານ, ເປັນແບບຢ່າງ, ສົມກັບໜ້າທີ່. ຍູ້ແຮງການດຶງດູດ, ຖືເປັນສຳຄັນໃນການນຳໃຊ້ຜູ້ເກັ່ງກ້າສາມາດ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ. ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະມະຕິກອງປະຊຸມໃຫຍ່ຂອງພັກ ທຸກຂັ້ນ ອາຍຸການ 2025-2030 ຢ່າງແໜ້ນແຟ້ນ. ພິເສດຖືເປັນສໍາຄັນການກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ; ເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕອບຕ້ານທັດສະນະທີ່ຜິດພາດ, ເປັນປໍລະປັກ.
    |
 |
|
ທ່ານພົນເອກ ຫງວຽນເຕິນເກືອງ ລາຍງານໝາກຜົນປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ ປີ 2025. ພາບ: qdnd.vn |
ຜັນຂະຫຍາຍປະຕິບັດການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດ ທັງສອງຝ່າຍ ແລະຫຼາຍຝ່າຍຢ່າງມີໄຫວພິບ, ແທດຈິງ ແລະມີປະສິດທິຜົນ. ກໍ່ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃນພາກພື້ນ, ປະເທດມະຫາອຳນາດ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະປະເທດເພື່ອນມິດທີ່ເປັນມູນເຊື້ອ. ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວດ້ານປ້ອງກັນຊາດ, ເວທີປາໄສຫຼາຍຝ່າຍ ແລະການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ຈັດຕັ້ງສຳເລັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນກັບປະເທດບ້ານໃກ້ເຮືອນຄຽງ; ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2026...
ປ່ຽນແປງໃໝ່ເນື້ອໃນ, ຮູບການ, ຍູ້ແຮງຂະບວນການແຂ່ງຂັນເດັດຂາດມີໄຊ
ທີ່ກອງປະຊຸມ, ຄະນະຈັດຕັ້ງ ໄດ້ປະກາດຂໍ້ຕົກລົງຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ກະຊວງປ້ອງກັນປະເທດ ແລະທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຍ້ອນມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ຮ່ວມແຮງຮ່ວມໃຈລົບລ້າງເຮືອນຊົ່ວຄາວ, ເຮືອນຊຸດໂຊມ ໃນຂອບເຂດທົ່ວປະເທດໃນປີ 2025”. ກະຊວງປ້ອງກັນປະເທດ ກໍ່ປະກາດຂໍ້ຕົກລົງ ແລະມອບລາງວັນໃຫ້ບັນດາກົມກອງລວມໝູ່ທີ່ມີຜົນງານດີເດັ່ນໃນການປະຕິບັດຂະບວນການແຂ່ງຂັນ ເດັດຂາດມີໄຊ ປີ 2025.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະບັນດາສະຫາຍການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn |
ຕາງໜ້າສະພາແຂ່ງຂັນ-ຍ້ອງຍໍ ກະຊວງປ້ອງກັນປະເທດ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ໄດ້ປຸກລະດົມຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2026 ດ້ວຍຫົວຂໍ້ “ສາມັກຄີ, ມີລະບຽບວິໄນ, ບຸກທະລຸ, ປະດິດສ້າງ, ເດັດຂາດມີໄຊ” ດ້ວຍແນວຄິດຊີ້ນຳແມ່ນ: ເພີ່ມທະວີຄວາມສາມັກຄີ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຕັດສິນໃຈບຸກທະລຸ, ປ່ຽນແປງໃໝ່ປະດິດສ້າງ, ປະຕິບັດເປັນຢ່າງດີ “2 ຍຶດໝັ້ນ, 2 ຍູ້ແຮງ, 2 ສະກັດກັ້ນ ແລະທິດນໍາ “5 ໝັ້ນຄົງ”, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເດັ່ນ...
ໂດຍ: ໄຊຊະນະ