ລັດຖະມົນຕີການຕ່າງປະເທດຫວຽດນາມ ຕ້ອນຮັບລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ
ກປ.ອອນໄລ - ວັນທີ 16 ທັນວາ, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາກິລາ ແລະກິລາລາວ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ເລຮວ່າຍຈຸງ ຕີລາຄາສູງການພົວພັນຮ່ວມມືທີ່ແໜ້ນແຟ້ນ ແລະໄວ້ເນື້ອເຊື່ອໃຈລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ກັບກະຊວງສຶກສາທິການ ແລະກິລາລາວ ໃນໄລຍະຜ່ານມາ, ໃນນັ້ນເນັ້ນໜັກເຖິງຜົນການຈັດຕັ້ງປະຕິບັດແຜນການຮ່ວມມືປີ 2025, ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ສອງຝ່າຍສືບຕໍ່ປະຕິບັດແຜນການຮ່ວມມືປີ 2026 ໃຫ້ເປັນຢ່າງດີ, ປະກອບສ່ວນສໍາຄັນເຂົ້າໃນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ທັງສອງປະເທດ, ກໍຄືໃນການໂຄສະນາ ແລະເຜີຍແຜ່ໃຫ້ແກ່ຄົນຮຸ່ນໜຸ່ມຂອງສອງປະເທດ ກ່ຽວກັບສາຍພົວພັນແບບພິເສດຫວຽດນາມ-ລາວ.
    |
 |
|
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ເນື່ອງໃນໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ແຈ້ງໃຫ້ທ່ານ ເລຮວ່າຍຈຸງ ຮັບຊາບກ່ຽວກັບຜົນການພົບປະສອງຝ່າຍກັບທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ, ຜົນການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ, ວາງອອກທິດທາງຮ່ວມມືໃນໄລຍະໃໝ່, ໃນນັ້ນເນັ້ນໜັກເຖິງການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງສຶກສາປີ 2026 ກໍຄືໝາກຜົນກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 48 ທີ່ຜ່ານມາ ໃຫ້ມີປະສິດທິຜົນ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ມີປະສິດທິຜົນຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ ແຕ່ກ່ອນມາຮອດປັດຈຸບັນ; ຢືນຢັນວ່າກະຊວງສຶກສາທິການ ແລະກິລາລາວ ຈະຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກັບກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໃນການຍົກສູງຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດ, ສ້າງກົນໄກປະສານງານຢ່າງແໜ້ນແຟ້ນໃນການເລືອກເຟັ້ນ, ບຳລຸງສ້າງ ແລະນຳໃຊ້ຊັບພະຍາກອນມະນຸດພາຍຫຼັງການບໍາລຸງສ້າງ, ຮັບປະກັນປະສິດທິຜົນການລົງທຶນ ແລະສະໜິດຕິດພັນແບບຍືນຍົງ; ຍູ້ແຮງວຽກງານໂຄສະນາເຜີຍແຜ່ ແລະສຶກສາອົບຮົມລຸ້ນໜຸ່ມກ່ຽວກັບປະຫວັດສາດມູນເຊື້ອສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ, ຜ່ານນັ້ນປະກອບສ່ວນປົກປັກຮັກສາ ແລະເພີ່ມທະວີສາຍພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ໂດຍ: ທູຈາງ