leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: baolamdong.vn
leftcenterrightdel
ທ່ານ ສອນທະນູ ທຳມະວົງ ເລຂາພັກແຂວງບໍລິຄຳໄຊ ຕ້ອນຮັບທ່ານ ລືວວັນຈຸງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເລີມດົ່ງ (ເບື້ອງຊ້າຍ). ພາບ: baolamdong.vn

ທີ່ການຕ້ອນຮັບ, ທ່ານ ລືວວັນຈຸງ ໄດ້ແຈ້ງໃຫ້ພະນັກງານ ແລະການນຳຂອງແຂວງບໍລິຄຳໄຊ ຮັບຊາບກ່ຽວກັບສະພາບການເສດຖະກິດ-ສັງຄົມ, ທີ່ຕ້ັງ, ທ່າແຮງໃໝ່ຂອງແຂວງເລີມດົ່ງ ຫຼັງຈາກໂຮມແຂວງເຂົ້າກັນ.

ແຂວງເລີມດົ່ງ ແລະແຂວງບໍລິຄຳໄຊ ໄດ້ລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການສ້າງຕັ້ງການພົວພັນຮ່ວມມືມິດຕະພາບ ຢ່າງເປັນທາງການໃນວັນທີ 12 ມິຖຸນາ 2017. ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງທ້ອງຖິ່ນໄດ້ສຸມໃສ່ຜັນຂະຫຍາຍເນື້ອໃນຮ່ວມມືບໍາລຸງສ້າງຊັບພະຍາກອນ​ມະນຸດ ດ້ວຍຄ່າໃຊ້ຈ່າຍທັງໝົດແມ່ນ 28,8 ຕື້ດົ່ງ.

leftcenterrightdel
ທ່ານ ລືວວັນຈຸງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເລີມດົ່ງ ມອບຮູບແຕ້ມໃຫ້ທ່ານ ສອນທະນູ ທຳມະວົງ, ເລຂາພັກແຂວງບໍລິຄຳໄຊ. ພາບ: baolamdong.vn

ມາຮອດປະຈຸບັນ, ແຂວງເລີມດົ່ງ ແລະແຂວງບໍລິຄຳໄຊ ໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາຄະນະປະຕິບັດງານຂອງອົງການຈັດຕັ້ງການເມືອງ-ສັງຄົມຂັ້ນແຂວງ ແລະຄະນະຜູ້ແທນຂັ້ນຮາກຖານໄປຢ້ຽມຢາມ, ເຮັດວຽກ ແລະຜັນຂະຫຍາຍໂຄງການຮ່ວມມືລະຫວ່າງສອງແຂວງ. ແຂວງເລີມດົ່ງ ໄດ້ ແລະພວມຮັບບໍາລຸງສ້າງໃຫ້ນັກສຶກສາຂອງແຂວງບໍລິຄໍາໄຊ ໄປຮຽນຕາມທຶນການຮ່ວມມືຢູ່ມະຫາວິທະຍາໄລດ່າລາດ.

ໃນສະພາບການໃໝ່, ເຊື່ອໝັ້ນວ່າສາຍພົວພັນຮ່ວມມືລະຫວ່າງແຂວງເລີມດົ່ງ ແລະແຂວງບໍລິຄຳໄຊ ຈະສືບຕໍ່ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບສູງໃໝ່ດ້ວຍບັນດາໂຄງການແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະລາວ ເລິກເຊິ່ງກວ່າເກົ່າ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: baolamdong.vn

ທີ່ການພົບປະສອງຝ່າຍກັບການນໍາອໍານາດການປົກຄອງແຂວງ ແລະບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ, ສອງຝ່າຍໄດ້ຕີລາຄາສະພາບການຜັນຂະຫຍາຍ, ປະສິດທິຜົນບັນດາໂຄງການຮ່ວມມືລະຫວ່າງສອງແຂວງໃນໄລຍະຜ່ານມາ; ແລກປ່ຽນ, ພິຈາລະນາບັນດາເນື້ອໃນຄາດວ່າຈະສືບຕໍ່ຜັນຂະຫຍາຍໂຄງການຮ່ວມມືໃນໄລຍະຈະມາເຖິງ ແລະກະກຽມໃຫ້ການລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ໄລຍະ 2026-2030.

ໂດຍ: ໄຊນີດາ