ເລຂາພັກນະຄອນດ່ານັງ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງຫົວໜ້າສະຖານກົງສູນໃຫຍ່ລາວ ປະຈໍາ ດ່ານັງ
ກປ.ອອນໄລ - ໃນວັນທີ 15 ທັນວາ, ທ່ານ ເລງອັກກວາງ, ກຳມະການສູນກາງພັກ, ເລຂາພັກນະຄອນດ່ານັງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ສຸພັນ ຫາດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ດ່ານັງ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອງດ່າວ |
ທີ່ການຕ້ອນຮັບ, ທ່ານ ເລງອັກກວາງ ໄດ້ສະແດງຄວາມຂອບໃຈຕໍ່ການສົມທົບກັນ, ການໜູນຊ່ວຍຢ່າງສຸດຈິດສຸດໃຈ ແລະການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ ສຸພັນ ຫາດາວເຮືອງ ໃນບົດບາດເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງນະຄອນດ່ານັງ ແລະທ້ອງຖິ່ນຕ່າງໆຂອງລາວ, ພິເສດແມ່ນບັນດາແຂວງພາກໃຕ້ ແລະພາກກາງຂອງລາວ, ໃນອາຍຸການປະຕິບັດງານທີ່ຜ່ານມາ.
    |
 |
|
ທ່ານ ເລງອັກກວາງ ເລຂາພັກນະຄອນດ່ານັງ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ສຸພັນ ຫາດາວເຮືອງ, ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳ ດ່ານັງ. ພາບ: ແອງດ່າວ |
ທ່ານ ສຸພັນ ຫາດາວເຮືອງ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ເລງອັກກວາງ ເລຂາພັກນະຄອນດ່ານັງ; ພ້ອມທັງຮັບຮູ້ ແລະຂອບໃຈອຳນາດການປົກຄອງນະຄອນດ່ານັງ; ອົງການຕາງໜ້າໜັງສືພິມເຍີນເຢີນ ປະຈໍາພາກກາງ-ໄຕງວຽນ, ບັນດາຄະນະ, ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ໄດ້ສ້າງເງື່ອນໄຂ, ໜູນຊ່ວຍເພື່ອໃຫ້ຕົນເອງ ປະຕິບັດໜ້າທີ່ໃນໄລຍະຜ່ານມາສໍາເລັດຜົນ.
    |
 |
|
ທ່ານ ເລງອັກກວາງ ເລຂາພັກນະຄອນດ່ານັງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ສຸພັນ ຫາດາວເຮືອງ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ. ພາບ: ແອງດາວ |
ທ່ານ ສຸພັນ ຫາດາວເຮືອງ ຢືນຢັນວ່າ ດ້ວຍປະສົບການ ແລະຄວາມເຂົ້າໃຈຂອງຕົນກ່ຽວກັບປະເທດ ແລະຊາວຫວຽດນາມ ໃນວິວັດການປະຕິບັດງານ, ບໍ່ວ່າຈະຢູ່ໃນຖານະຕຳແໜ່ງໃດກໍຕາມ, ທ່ານ ກໍຈະເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດລະຫວ່າງຫວຽດນາມ ແລະລາວ, ເພື່ອຂຸດຄົ້ນຫຼາຍທີ່ສຸດຄວາມສາມາດບົ່ມຊ້ອນ, ທ່າແຮງລະຫວ່າງສອງປະເທດ, ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ທີ່ສອງປະເທດ ໄດ້ເພີ່ມພູນຄູນສ້າງ.
ໃນວັນດຽວກັນ, ຄະນະປະຕິບັດງານຂອງສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ຢູ່ນະຄອນດ່ານັງ ນໍາໂດຍທ່ານ ສຸພັນ ຫາດາວເຮືອງ ໄດ້ເຂົ້າຢ້ຽມອໍາລາການນໍາສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນດ່ານັງ, ໃນໂອກາດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ.
ໂດຍ: ໄຊນີດາ