ຄະນະຜູ້ແທນອໍານາດການປົກຄອງແຂວງຫົວພັນ ຖະຫວາຍດອກໄມ້ອາໄລຫາ ປະທານໂຮ່ຈີມິນ
ກປ.ອອນໄລ - ວັນທີ 17 ທັນວາ, ຄະນະຜູ້ແທນອໍານາດການປົກຄອງແຂວງຫົວພັນ ນຳໂດຍທ່ານ ບຸນວິໄຊ ກົງປາລີ, ຮອງປະທານຄະນະກຳມະການປົກຄອງແຂວງຫົວພັນ ໄດ້ຖະຫວາຍດອກໄມ້ ຢູ່ສວນສາທາລະນະອະນຸສາວະລີປະທານໂຮ່ຈີມິນ (ຕາແສງໄຊງ່ອນ, ນະຄອນໂຮ່ຈີມິນ).
ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະແລກປ່ຽນປະສົບການຂອງຄະນະຜູ້ແທນອໍານາດການປົກຄອງແຂວງຫົວພັນ ທີ່ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 16 - 20 ທັນວາ.
ໃນບັນຍາກາດທີ່ເຄັ່ງຂຶມ, ຄະນະຜູ້ແທນອໍານາດການປົກຄອງແຂວງຫົວພັນ ໄດ້ຖະຫວາຍດອກໄມ້ຕໍ່ປະທານໂຮ່ຈີມິນ, ສະແດງໃຫ້ເຫັນອາລົມຈິດຄວາມຮັກແພງຢ່າງເລິກເຊິ່ງ, ຄວາມເຄົາລົບນັບຖືຂອງອໍານາດການປົກຄອງ ແລະປະຊາຊົນແຂວງຫົວພັນ ທີ່ມີຕໍ່ຜູ້ນຳທີ່ຍິ່ງໃຫຍ່ຂອງຊົນຊາດຫວຽດນາມ.
    |
 |
|
ຄະນະຜູ້ແທນແຂວງຫົວພັນ ທີ່ສວນສາທາລະນະອະນຸສາວະລີປະທານໂຮ່ຈີມິນ. ພາບ: ເຈົາຢາງ |
ພານຫຼັງພິທີວາງກະຕາດອກໄມ້, ບັນດາຜູ້ແທນໄດ້ກົ້ມຫົວໜຶ່ງນາທີເພື່ອອາໄລຫາປະທານໂຮ່ຈີມິນ, ອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ແລະການອຸທິດສ່ວນອັນຍິ່ງໃຫຍ່ຂອງເພິ່ນ ຕໍ່ພາລະກິດປະຕິວັດຂອງປະຊາຊົນຫວຽດນາມ, ກໍ່ຄືສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ.
ຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ຕິດພັນກັບພາລະກິດຕໍ່ສູ້ປົດປ່ອຍຊາດ, ເພື່ອເອກະລາດ, ເສລີພາບຂອງປະຊາຊົນ; ພ້ອມທັງມີອິດທິພົນຊື່ສຽງຢ່າງເລິກເຊິ່ງກວ້າງຂວາງຕໍ່ຂະບວນການປະຕິວັດ ແລະນໍ້າໃຈສາມັກຄີລະຫວ່າງບັນດາຊົນຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ.
ໃນຊຸມປີຜ່ານມາ, ນະຄອນໂຮ່ຈີມິນ ແລະ ແຂວງຫົວພັນ ໄດ້ຮັກສາບັນດາການເຄື່ອນໄຫວຮ່ວມມື, ການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງພະນັກງານ, ໜູນຊ່ວຍການພັດທະນາຊັບພະຍາກອນມະນຸດຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ ແລະ ລາວ ເລິກເຊິ່ງກວ່າອີກ.
ໂດຍ: ຈາງຫງວຽນ