ຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການພົວພັນຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງອອນລາຍ
ກປ.ອອນໄລ - ວັນທີ 17 ທັນວາ, ທ່ານ ເລແອງຕວນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການພົວພັນຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງອອນລາຍ ຢູ່ບາງກອກ, ປະເທດ ໄທ.
ກອງປະຊຸມດັ່ງກ່າວ ໂດຍ ກະຊວງການຕ່າງປະເທດໄທ ແລະຫ້ອງການ ສປຊ ກ່ຽວກັບຢາເສບຕິດ ແລະອາດຊະຍາກໍາ (UNODC) ຮ່ວມກັນຈັດຕັ້ງ, ແມ່ນການສືບຕໍ່ຄວາມມານະພະຍາຍາມຂອງພາກພື້ນທີ່ກ່ຽວຂ້ອງເຖິງຫົວຂໍ້ຕ້ານການຫຼອກລວງທາງອອນລາຍໃນໄລຍະມໍ່ໆມານີ້, ໃນນັ້ນມີພິທີເປີດການລົງນາມສົນທິສັນຍາ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ) ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 25-26 ຕຸລາ.
ເຂົ້າຮ່ວມກອງປະຊຸມມີຄະນະຜູ້ແທນຫຼາຍກວ່າ 40 ຄະນະຈາກບັນດາປະເທດສະມາຊິກ ສປຊ ພ້ອມດ້ວຍຜູ້ແທນ, ຊ່ຽວຊານ, ນັກຄົ້ນຄວ້າໃນຂົງເຂດການຕ້ານອາດຊະຍາກຳເຕັກໂນໂລຊີສູງ ແລະບັນດາອົງການຈັດຕັ້ງສາກົນ, ອົງການທີ່ບໍ່ຂຶ້ນກັບລັດຖະບານທີ່ກ່ຽວຂ້ອງ ຫຼາຍກວ່າ 300 ຄົນ.
    |
 |
|
ທ່ານ ເລແອງຕວນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບການພົວພັນຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງອອນລາຍ ຢູ່ບາງກອກ, ປະເທດໄທ. ພາບ: ບ້າວຈີ |
ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການເພີ່ມທະວີການຮ່ວມມືສາກົນໃນການຮ່ວມແຮງຮ່ວມໃຈເພື່ອຕ້ານການຫຼອກລວງທາງອອນລາຍ, ເຊິ່ງກຳລັງກາຍເປັນສິ່ງທ້າທາຍທົ່ວໂລກ ດ້ວຍການຜັນແປຢ່າງສັບສົນ, ຂອບຂະໜາດນັບມື້ນັບເປີດກວ້າງ ແລະຮຽກຮ້ອງໃຫ້ບັນດາປະເທດຮ່ວມແຮງຮ່ວມໃຈເພື່ອສ້າງການພົວພັນຄູ່ຮ່ວມມືທົ່ວໂລກຕ້ານການຫຼອກລວງທາງອອນລາຍ ເພື່ອແບ່ງປັນປະສົບການ, ຂໍ້ມູນຂ່າວສານ ແລະພ້ອມກັນວາງແຜນສົມທົບກັນຢ່າງມີປະສິດທິຜົນກວ່າໃນການສະກັດກັ້ນ, ສືບສວນ, ສັ່ງຟ້ອງອາດຊະຍາກໍາຫຼອກລວງທາງອອນລາຍ ແລະປົກປ້ອງຜູ້ປະສົບເຄາະຮ້າຍ.
ກ່າວຄໍາເຫັນທີ່ວາລະປຶກສາຫາລືຂັ້ນສູງ, ທ່ານຮອງລັດຖະມົນຕີ ເລແອງຕວນ ໄດ້ຕີລາຄາສູງຂໍ້ລິເລີ່ມຂອງປະເທດໄທ, ຖືນີ້ແມ່ນມາດຕະການເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍກົນໄກຮ່ວມມືອີງໃສ່ສົນທິສັນຍາຮ່າໂນ້ຍ; ທ່ານ ໄດ້ແບ່ງປັນວ່າ ການຫຼອກລວງທາງອອນລາຍໃນປະຈຸບັນກວມເອົາສ່ວນຫຼາຍໃນຈໍານວນຄະດີອາດຊະຍາກໍາທາງໄຊເບີ ຢູ່ຫວຽດນາມ, ສະເໜີໃຫ້ບັນດາປະເທດເພີ່ມທະວີການຮ່ວມມືສາກົນໃນການຕ້ານອາດຊະຍາກໍາທາງໄຊເບີ ບົນພື້ນຖານກົດໝາຍສາກົນ; ພ້ອມທັງສະເໜີໃຫ້ບັນດາປະເທດເພີ່ມທະວີການແບ່ງປັນຂໍ້ມູນ, ເປັນຕົ້ນແມ່ນຫຼັກຖານທາງເອເລັກໂຕນິກ, ກໍ່ຄືການສົມທົບຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ເຊັ່ນ UNODC, Interpol...
ໂດຍ: ຈາງຫງວຽນ