leftcenterrightdel
ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍທ່ານ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ມາຢ້ຽມຢາມ ແລະເຮັດວຽກ ຢູ່ຫວຽດນນາມ. ພາບ: moet.gov.vn

ຕີລາຄາຜົນການຮ່ວມມືໃນໄລຍະຜ່ານມາ, ທ່ານ ຫງວຽນກິມເຊີນ ໃຫ້ຮູ້ວ່າ, ສອງກະຊວງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປະເມີນຜົນ 5 ປີແຫ່ງການຜັນຂະຫຍາຍໂຄງການ “ຍົກສູງຄຸນນະພາບ ແລະປະສິດທິຜົນການຮ່ວມມືຫວຽດນາມ-ລາວ ໃນຂົງເຂດສຶກສາ ແລະພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030”, ຮັບຮູ້ໝາກຜົນທີ່ຕັ້ງໜ້າ ແລະເຫັນດີເປັນເອກະສັນຕໍ່ທິດທາງ, ໜ້າທີ່ຈຸດສຸມໃຫ້ແກ່ໄລຍະ 2026-2030. ພິເສດແມ່ນທີ່ກອງປະຊຸມ ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ໃນວັນທີ 3 ທັນວາ 2025, ສອງປະເທດ ໄດ້ລົງນາມໃນສັນຍາຮ່ວມມືໄລຍະ 2026-2030, ໃນນັ້ນເພີ່ມການໃຫ້ທຶນການສຶກສາແກ່ ລາວ ປະມານ 25% ເມື່ອທຽບໃສ່ໄລຍະກ່ອນ; ພ້ອມກັນນັ້ນລົງນາມໃນແຜນການຮ່ວມມືດ້ານການສຶກສາປີ 2026 ດ້ວຍບັນດາໜ້າທີ່ວຽກງານ ແລະການເຄື່ອນໄຫວລະອຽດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: moet.gov.vn

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ຕີລາຄາສູງການໜູນຊ່ວຍຂອງຫວຽດນາມ ໃຫ້ຂະແໜງການສຶກສາຂອງລາວ ໃນຫຼາຍປີຜ່ານມາ, ສະແດງປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເປັນຕົ້ນແມ່ນໃນຂົງເຂດສຶກສາ-ບໍາລຸງສ້າງ ໂດຍຜ່ານການຈັດສົ່ງນັກຊ່ຽວຊານ ມາໜູນຊ່ວຍການສ້າງນະໂຍບາຍ, ຍຸດທະສາດການສຶກສາ ແລະການຫັນປ່ຽນຫຼັກສູດ.

leftcenterrightdel
ທ່ານ ທອງສະລິດ ມັງໜໍ່ເມກ, ລັດຖະມົນຕີກະຊວງສຶກສາທິການ ແລະກິລາລາວ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: moet.gov.vn
leftcenterrightdel
ບັນດາຜູ້ແທນ ຖ່າຍຮູບເປັນທີ່ລະນຶກ. ພາບ: moet.gov.vn

ບົນພື້ນຖານການຮ່ວມມືຕົວຈິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ບຸລິມະສິດຍົກສູງຄຸນນະພາບການຄັດເລືອກ ແລະບໍາລຸງສ້າງນັກສຶກສາ; ຫັນວຽກງານການສອນ, ການຮຽນ ແລະການຕີລາຄາຂີດຄວາມສາມາດດ້ານພາສາຫວຽດນາມ ຢູ່ລາວ ໃຫ້ເປັນມາດຕະຖານ; ທົດລອງການສອນພາສາລາວ ໃນບັນດາໂຮງຮຽນຢູ່ຫວຽດນາມ; ຄົ້ນຄວ້າສ້າງຕັ້ງມະຫາວິທະຍາໄລ ຫວຽດນາມ-ລາວ; ເພີ່ມທະວີການບໍາລຸງສ້າງນັກສຶກສາມັດທະຍົມຕອນປາຍລາວ ແລະຍູ້ແຮງການສຶກສາອົບຮົມກ່ຽວກັບມູນເຊື້ອປະຫວັດສາດຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ໃຫ້ແກ່ຄົນຮຸ່ນໜຸ່ມສອງປະເທດ.

ໂດຍ: ທູຈາງ