leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ຄະນະສະມາຊິກສະພາແຫ່ງຊາດແຂວງ ໄທງວຽນ ຮັບເອົາຄຳສະເໜີຂອງຜູ້ມີສິດເລືອກຕັ້ງ, ສັງລວມ ແລະສົ່ງໃຫ້ສະພາແຫ່ງຊາດ, ລັດຖະບານ, ອົງການທີ່ມີສິດອໍານາດທີ່ກ່ຽວຂ້ອງ ພິຈາລະນາ, ມີມາດຕະການທີ່ເໝາະສົມ. ອະທິບາຍຄຳສະເໜີຂອງຜູ້ມີສິດເລືອກຕັ້ງ, ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ, ຄະນະສະມາຊິກສະພາແຫ່ງຊາດແຂວງໄທງວຽນ ຍາມໃດກໍ່ເອົາໃຈໃສ່ ແລະໄດ້ສະເໜີຫຼາຍເນື້ອໃນທີ່ຜູ້ມີສິດເລືອກຕັ້ງ ແລະປະຊາຊົນໃຫ້ຄວາມສົນໃຈ. ສໍາລັບຂໍ້ຕິດຂັດຈໍານວນໜຶ່ງ, ອົງການທີ່ກ່ຽວຂ້ອງ ພວມຄົ້ນຄວ້າມາດຕະການແກ້ໄຂ, ໂດຍສະເພາະແມ່ນສໍາລັບໂຄງການໂຮງງານຂາງ ແລະເຫຼັກກ້າ ໄທງວຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະບັນດາສະຫາຍໃນຄະນະສະມາຊິກສະພາແຫ່ງຊາດແຂວງ ໄທງວຽນ. ພາບ: qdnd.vn

ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບກ່ຽວກັບຜົນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃນໄລຍະຜ່ານມາ, ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ: ປີ 2025, ພັກ ແລະລັດ ໄດ້ຜັນຂະຫຍາຍປະຕິບັດຢ່າງຂ້ຽວຂາດ, ຄົບຊຸດບັນດາແຜນນະໂຍບາຍທີ່ມີລັກສະນະປະຫວັດສາດ, ສ້າງກຳລັງໜູນຢ່າງແຂງແຮງໃຫ້ແກ່ການພັດທະນາປະເທດ... ສໍາລັບກອງທັບ, ໃນປີຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ປະຕິບັດວຽກງານເປັນເສນາທິການຍຸດທະສາດກ່ຽວກັບການທະຫານ, ການປ້ອງກັນຊາດ ເປັນຢ່າງດີ ແລະເສີມຂະຫຍາຍບົດບາດຫຼັກແຫຼ່ງ, ກໍ່ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນໃຫ້ໝັ້ນຄົງເຂັ້ມແຂງ, ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໄວ້ຢ່າງໝັ້ນຄົງ. ພິເສດ, ວຽກງານກໍ່ສ້າງອົງຄະນະພັກກອງທັບບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງ, ອົງຄະນະພັກກອງທັບ ເວົ້າລວມ, ເວົ້າສະເພາະແມ່ນຄະນະພັກການທະຫານສູນກາງ ໄດ້ນຳພາ, ຊີ້ນຳທົ່ວກອງທັບປະຕິບັດສຳເລັດ ແລະສໍາເລັດຢ່າງດີເດັ່ນທຸກໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ຄາດຄະເນ ປີ 2026, ສະຖານະການດ້ານການເມືອງ ແລະຄວາມໝັ້ນຄົງຂອງໂລກ, ພາກພື້ນຈະສືບຕໍ່ຜັນແປຢ່າງສັບສົນ, ຄາດເດົາໄດ້ຍາກ. ຢູ່ພາຍໃນປະເທດ ຈະດຳເນີນຫຼາຍເຫດການການເມືອງທີ່ສໍາຄັນ, ເຊັ່ນ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ; ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031, ໃນຂະນະທີ່ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ສ້າງສາ, ປົກປັກຮັກສາປະເທດ ວາງອອກນັບມື້ນັບສູງຂຶ້ນ. ສະນັ້ນ, ແຂວງໄທງວຽນ ຕ້ອງກໍາແໜ້ນສະພາບການໃນທຸກດ້ານ, ມີນະໂຍບາຍທີ່ເໝາະສົມ, ທັນການ, ມີປະສິດທິຜົນ; ເປັນເຈົ້າການ, ມີຄວາມໄຫວພິບໃນການຊີ້ນໍາ, ບໍລິຫານ; ຕັດສິນໃຈສູງ, ມີການກະທໍາຢ່າງຂ້ຽວຂາດ, ສູ້ຊົນໃຫ້ລື່ນກາຍຄາດໝາຍເສດຖະກິດ-ສັງຄົມປີ 2025. ເອົາໃຈໃສ່ເຖິງການພັດທະນາວັດທະນະທຳ, ສັງຄົມ, ຮັບປະກັນຊີວິດສັງຄົມ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ; ເບິ່ງແຍງດູແລ, ໜູນຊ່ວຍຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ປະຊາຊົນເຂດຊົນເຜົ່າສ່ວນໜ້ອຍ. ສືບຕໍ່ປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຮັບປະກັນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍຢູ່ແຂວງໄທງວຽນ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນຈໍານວນ 9 ພູດໃຫ້ກົມກອງລວມໝູ່ ແລະ 200 ພູດໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບຄວາມຫຍຸ້ງຍາກຢູ່ແຂວງໄທງວຽນ.

ໂດຍ: ໄຊຊະນະ