ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດເຂດພາກໃຕ້ລາວ ໄດ້ດໍາເນີນໃນວັນທີ 3 ທັນວາ, ຢູ່ແຂວງຈໍາປາສັກ, ລາວ ດ້ວຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ, ທ່ານ ຫງວຽນຊວນຖັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການສອງປະເທດ ຫວຽດນາມ ແລະລາວ.

leftcenterrightdel
ພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດເຂດພາກໃຕ້ລາວ. ພາບ: vov.vn

ໂຄງການມີຍອດຈຳນວນເງິນລົງທຶນກວ່າ 750 ຕື້ດົ່ງ (ເກືອບ 28,5 ລ້ານໂດລາສະຫະລັດ), ໃນນັ້ນທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ ແມ່ນກວ່າ 737 ຕື້ດົ່ງ (27,9 ລ້ານໂດລາສະຫະລັດ). ໂຄງການດັ່ງກ່າວຈະໄດ້ປະຕິບັດໃນໄລຍະ 10 ປີ (2026-2035), ແບ່ງອອກເປັນ 2 ໄລຍະ.

ພິທີວາງສີລາລຶກໂຄງການແມ່ນເຫດການປະຫວັດສາດ ແນໃສ່ສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ (1975-2025), ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (1920-2025), ມຸ່ງໄປເຖິງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິບັດລາວ. ນີ້ກໍ່ແມ່ນໂຄງການສ້າງຂີດໝາຍແຫ່ງການຮ່ວມມືທີ່ເລິກເຊິ່ງລະຫວ່າງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ແລະສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໃນການພັດທະນາຊັບພະຍາກອນມະນຸດ, ບຳລຸງສ້າງຖັນແຖວພະນັກງານໃຫ້ພັກ ແລະລັດລາວ.

ໂດຍ: ເຈິ່ນຮວ່ຽນ