ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ
ກປ.ອອນໄລ - ຕອນຄໍ່າວັນທີ 26 ພະຈິກ, ສະຖານທູດລາວ ປະຈໍາ ຮ່າໂນ້ຍ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 50 ປີ (2-12-1975 / 2-12-2025).
    |
 |
|
ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່າວຄຳເຫັນທີ່ງານລ້ຽງ. ພາບ: qdnd.vn |
ກ່າວຄຳເຫັນທີ່ງານລ້ຽງ, ທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ການກຳເນີດຂອງ ສປປ ລາວ ໃນວັນທີ 2 ທັນວາ 1975 ໄດ້ເປີດສັງກາດໃໝ່ສຳຄັນໃນປະຫວັດສາດຂອງປະຊາຊົນລາວ. ບັນດາຜົນງານອັນໃຫຍ່ຫຼວງຂອງ ສປປ ລາວ ໃນຕະຫຼອດ 50 ປີຜ່ານມາ ແມ່ນເປັນໄປໄດ້ຍ້ອນການນໍາພາປະດິດສ້າງ, ເດັດດ່ຽວ, ຕັດສິນໃຈສູງຂອງບັນດາການນຳພັກ, ລັດລາວລຸ້ນຕ່າງໆ, ພ້ອມກັບການຮ່ວມມື, ການໜູນຊ່ວຍອັນລໍ້າຄ່າຂອງເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດອົກສຸດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ.
    |
 |
|
ບັນດາຜູ້ແທນເຂົ້າຮ່ວມງານລ້ຽງຖ່າຍຮູບລວມ. ພາບ: qdnd.vn |
ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານນາງ ຄໍາເພົາ ເອີນທະວັນ ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍ່ໃຫ້ການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າແກ່ພາລະກິດປະຕິວັດຂອງປະຊາຊົນລາວ ທັງໃນພາລະກິດກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນການສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດໃນປະຈຸບັນ.
    |
 |
|
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ງານລ້ຽງ. ພາບ: qdnd.vn |
ສ່ວນທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ບັນດາຜົນງານຂອງລາວໃນ 50 ປີຜ່ານມາ ແມ່ນຄວາມມ່ວນຊື່ນ, ຄວາມເອກອ້າງທະນົງໃຈຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ. ພ້ອມທັງຊີ້ແຈ້ງວ່າ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະປະຊາຊົນລາວ ສືບຕໍ່ປົກປັກຮັກສາ ແລະເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຄວາມຈະເລີນຮຸ່ງເຮືອງ ແລະຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ