ກະຊວງປ້ອງກັນປະເທດ ຫວຽດນາມ-ລາວ ສົມທົບກັນຊີ້ນຳຈັດງານຕະຫຼາດນັດເຊື່ອມຕໍ່ການແລກປ່ຽນການຄ້າ
ແຕ່ວັນທີ 20-23 ພະຈິກ, ງານຕະຫຼາດນັດເຊື່ອມຕໍ່ການຄ້າ ແລະໂຄສະນາຜະລິດຕະພັນວິສາຫະກິດ ຫວຽດນາມ-ລາວ ປີ 2025 ຈະຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.
    |
 |
|
ການນຳການຄ້າຫວຽດນາມ, ລາວ ແລະບັນດາຜູ້ແທນໄປຢ້ຽມຢາມຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດການຄ້າຫວຽດນາມ-ລາວ, ເດືອນກໍລະກົດ 2025. ພາບ: ສໍານັກຂ່າວສານຫວຽດນາມ |
ຕອນຄໍ່າວັນທີ 17 ພະຈິກ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນ ລາວ) ໃຫ້ຮູ້ວ່າ: ງານຕະຫຼາດນັດມີ 120 ຮ້ານວາງສະແດງ (ໃນນັ້ນມີ 20 ຮ້ານວາງສະແດງຂອງລາວ) ຂອງບັນດາວິສາຫະກິດໃຫຍ່, ເຄື່ອງໝາຍການຄ້າທີ່ມີອິດທິພົນຊື່ສຽງໃນພາກພື້ນ ແລະສາກົນຂອງຫວຽດນາມ ແລະລາວ. ບັນດາຜະລິດຕະພັນທີ່ນຳມາວາງສະແດງມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຕ້ອງການບໍລິໂພກຂອງລາວ ແລະບັນດາປະເທດອາຊຽນ.
ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ກໍ່ຈະເປັນປະທານຜັນຂະຫຍາຍ “ບໍລິເວນວັດທະນະທຳຫວຽດນາມ” ສະແດງບັນດາຮູບພາບ, ວັດຖຸພັນກ່ຽວກັບນ້ຳໃຈສາມັກຄີ, ມິດຕະພາບໃນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະພັດທະນາປະເທດຊາດລະຫວ່າງສອງປະເທດ ຫວຽດນາມ-ລາວ.
ແຫຼ່ງຄັດຈາກ vovworld.vn