ປີ 2010 ເປັນປີທີ່ສ້າງຂີດໝາຍເລີ່ມຕົ້ນຂອງກິດຈະກໍາຮ່ວມມືມິດຕະພາບໃນຂະແໜງສາທາລະນະສຸກຂອງສອງແຂວງເມື່ອຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງວຽງຈັນ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບພະແນກສາທາລະນະສຸກແຂວງລາວກາຍ.

leftcenterrightdel
ພະແນກສາທາລະນະສຸກແຂວງວຽງຈັນ ແລະພະແນກສາທາລະນະສຸກແຂວງລາວກາຍ ຈັດຕັ້ງຄະນະປະຕິບັດງານໄປຢ້ຽມຢາມ, ແລກປ່ຽນ, ແບ່ງປັນປະສົບການໃນຂົງເຂດສາທາລະນະສຸກ ເປັນປະຈໍາ. ພາບ: ຫງວຽນຮ່າ

ນັບແຕ່ນັ້ນມາຮອດປະຈຸບັນ, ມີ 4 ຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງວຽງຈັນ ແລະ 3 ຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງລາວກາຍ ຕາມລຳດັບໄດ້ຢ້ຽມຢາມ, ແລກປ່ຽນ ແລະແບ່ງປັນປະສົບການໃນຂົງເຂດກວດ ແລະປິ່ນປົວພະຍາດ, ການຕ້ານ ແລະສະກັດກັ້ນພະຍາດ, ການເບິ່ງແຍງດູແລສຸຂະພາບແມ່ ແລະເດັກ, ການວາງແຜນຄອບຄົວ, ການຄຸ້ມຄອງລະບົບສາທາລະນະສຸກ.

ບໍ່ພຽງແຕ່ແລກປ່ຽນ ແລະແບ່ງປັນປະສົບການໃນວຽກງານ​ເທົ່າ​ນັ້ນ ຫາກຍັງຂະແໜງສາທາລະນະສຸກຂອງສອງແຂວງຍັງມີຫຼາຍການເຄື່ອນໄຫວກິດຈະກຳທີ່ມີຄວາມໝາຍ ແລະແທດຈິງ, ຄື: ການຝຶກອົບຮົມ; ການບໍາລຸງສ້າງ, ການຊ່ວຍເຫຼືອອຸປະກອນການແພດ, ການກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າ...

ໃນປີ 2012, ຝ່າຍລາວກາຍ ໄດ້ຝຶກອົບຮົມໃຫ້ທ່ານໝໍສອງຄົນຈາກແຂວງວຽງຈັນ ກ່ຽວກັບບາງເຕັກນິກການວິເຄາະຂັ້ນພື້ນຖານ, ການວິເຄາະນ້ຳ, ຄວາມປອດໄພ ແລະສຸຂະອະນາໄມອາຫານ ແລະການເບິ່ງແຍງດູແລສຸຂະພາບແມ່ ແລະເດັກຢູ່ທີ່ສູນການແພດປ້ອງກັນ, ສູນດູແລສຸຂະພາບແມ່ ແລະເດັກ, ພະແນກຄວາມປອດໄພ ແລະສຸຂະອະນາໄມສະບຽງອາຫານຂອງແຂວງ.

leftcenterrightdel
ຄະນະປະຕິບັດງານພະແນກສາທາລະນະສຸກແຂວງລາວກາຍ ກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນໃນເຂດທີ່ຫຍຸ້ງຍາກຂອງແຂວງວຽງຈັນ, ປີ 2018. ພາບ: ບິກທຸຍ

ໃນປີ 2024, ຝ່າຍລາວກາຍ ສືບຕໍ່ຈັດການບໍາລຸງສ້າງຢ່າງຕໍ່ເນື່ອງເພື່ອຍົກລະດັບຄວາມຮູ້ ແລະທັກສະໃນການເບິ່ງແຍງດູແລສຸຂະພາບແມ່ ແລະເດັກ ແລະການວາງແຜນຄອບຄົວໃຫ້ພະນັກງານສາທາລະນະສຸກຂອງແຂວງວຽງຈັນ.

ໃນປີ 2018, ຄະນະປະຕິບັດງານຂອງພະແນກສາທາລະນະສຸກແຂວງລາວກາຍ ໄດ້ຈັດການກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ 450 ຄົນຢູ່ເຂດທີ່ຫຍຸ້ງຍາກຂອງຕາແສງນາມ່ວງ, ເມືອງວັງວຽງ, ແຂວງວຽງຈັນ.

ພິເສດ, ໃນໄລຍະເກີດພະຍາດໂຄວິດ-19, ພະແນກສາທາລະນະສຸກແຂວງລາວກາຍ ໄດ້ໜູນຊ່ວຍອຸປະກອນ, ສານເຄມີ ແລະແບ່ງປັນປະສົບການໃນການປ້ອງກັນພະຍາດ, ຊ່ວຍເຫຼືອແຂວງວຽງຈັນ ຍົກສູງຄວາມສາມາດໃນການຮັບມືກັບໂລກລະບາດ... ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະກັນ, ການແບ່ງປັນ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນໃນຍາມທີ່ຫຍຸ້ງຍາກ.

ຄົບຮອບ 15 ປີແຫ່ງການຮ່ວມມືດ້ານການແພດລະຫວ່າງແຂວງລາວກາຍ ແລະແຂວງວຽງຈັນ ແລະສະເຫຼີມສະຫຼອງ 63 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະລາວ, ພະແນກສາທາລະນະສຸກແຂວງລາວກາຍ ໄດ້ຈັດກອງປະຊຸມຜັນຂະຫຍາຍການເຄື່ອນໄຫວຮ່ວມມືມິດຕະພາບກ່ຽວກັບການແພດລະຫວ່າງພະແນກສາທາລະນະສຸກແຂວງລາວກາຍ ແລະພະແນກສາທາລະນະສຸກແຂວງວຽງຈັນ ໃນປີ 2025.

leftcenterrightdel
ບັນຍາກາດກອງປະຊຸມຜັນຂະຫຍາຍການເຄື່ອນໄຫວຮ່ວມມືມິດຕະພາບດ້ານສາທາລະນະສຸກລະຫວ່າງພະແນກສາທາລະນະສຸກແຂວງລາວກາຍ ແລະພະແນກສາທາລະນະສຸກແຂວງວຽງຈັນ ປີ 2025. ພາບ: ຮົ່ງຢວຽນ

ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນ, ແບ່ງປັນປະສົບການໃນການຈັດຕັ້ງປະຕິບັດກົນໄກເປັນເຈົ້າຕົນເອງຕໍ່ກັບຮາກຖານສາທາລະນະສຸກຂອງລັດ; ຍົກສູງຄຸນນະພາບຂອງວຽກງານການແພດປ້ອງກັນຕິດພັນກັບການປ່ຽນແປງໃໝ່ລະບົບສາທາລະນະສຸກຮາກຖານ; ເພີ່ມທະວີການຄຸ້ມຄອງກ່ຽວກັບການເຄື່ອນໄຫວຮ່ວມມືໃນປີຈະມາເຖິງ, ຂະແໜງສາທາລະນະສຸກລາວກາຍ ພ້ອມແລ້ວທີ່ຈະຕ້ອນຮັບພະນັກງານການແພດຂອງແຂວງວຽງຈັນ ມາຮໍ່າຮຽນຍົກລະດັບວິຊາສະເພາະກ່ຽວກັບຂົງເຂດການກວດ, ຕີລາຄາ, ຕິດຕາມອາການ ແລະປົວພະຍາດໂດຍກົງຂອງຄົນເຈັບ ແລະການວິເຄາະ, ບົ່ງມະຕິພະຍາດຕາມຮູບພາບ ແລະເຕັກນິກໜູນຊ່ວຍເພື່ອເກັບກຳຂໍ້ມູນກ່ຽວກັບອາການພະຍາດຕື່ມອີກ, ປັບປຸງຄຸນນະພາບໂຮງໝໍ, ການຫັນເປັນດີຈີຕອນ...

ເມື່ອຕີລາຄາການພົວພັນຮ່ວມມືໃນໄລຍະ 15 ປີຜ່ານມາ, ທ່ານ ຮວ່າງກວກເຮືອງ, ຫົວໜ້າພະແນກສາທາລະນະສຸກແຂວງລາວກາຍ ເນັ້ນໜັກວ່າ: “ຂະແໜງສາທາລະນະສຸກສອງແຂວງ ໄດ້ຮັກສາການພົວພັນຮ່ວມມືທີ່ແໜ້ນແຟ້ນດ້ວຍການເຄື່ອນໄຫວແລກປ່ຽນດ້ານວິຊາສະເພາະ, ໜູນຊ່ວຍແທດຈິງໃນການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ. ຜົນການຮ່ວມມືລະຫວ່າງຂະແໜງສາທາລະນະສຸກຂອງສອງແຂວງ ໃນໄລຍະຜ່ານມາແມ່ນຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ.

ນີ້ແມ່ນພື້ນຖານສຳຄັນທີ່ສຸດເພື່ອໃຫ້ຂະແໜງສາທາລະນະສຸກສອງແຂວງ ສືບຕໍ່ຜັນຂະຫຍາຍການຮ່ວມມືໃນໄລຍະໃໝ່ຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບການເບິ່ງແຍງດູແລສຸຂະພາບ ໃຫ້ແກ່ປະຊາຊົນ.

ທ່ານ ວັນເພັງ ພັນທະນາໄລ, ຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເລິກເຊິ່ງກວ້າງຂວາງ, ແທດຈິງ, ເພື່ອພາລະກິດເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນສອງແຂວງ.

ການເຄື່ອນໄຫວຮ່ວມມືມິດຕະພາບປີ 2025 ອີກຄັ້ງໜຶ່ງ ໄດ້ສະແດງໃຫ້ເຫັນປະສິດທິຜົນທີ່ແທດຈິງ ແລະການພົວພັນທີ່ສະໜິດແໜ້ນ, ດີງາມຂອງຂະແໜງສາທາລະນະສຸກຂອງສອງແຂວງ ລາວກາຍ-ວຽງຈັນ, ພິເສດໄດ້ຍົກລະດັບ ແລະສ້າງຂີດໝາຍບາດກ້າວພັດທະນາໃໝ່. ການພົວພັນນັບມື້ນັບພັັດທະນາ, ແທດຈິງ, ຍືນຍົງໄດ້ປະກອບສ່ວນສ້າງ, ປັບປຸງເຄືອຂ່າຍສາທາລະນະສຸກໃຫ້ສົມບູນ, ຄົບຊຸດຈາກແຂວງລົງຮອດຮາກຖານ, ທັນສະໄໝເທື່ອລະກ້າວ, ຕອບສະໜອງຄວາມຕ້ອງການເບິ່ງແຍງດູແລສຸຂະພາບຂອງປະຊາຊົນສອງທ້ອງຖິ່ນໃຫ້ນັບມື້ນັບດີກວ່າ.

ໂດຍ: ໄຊນີດາ