ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດ້ແທງບິ່ງ, ລັດຖະມົນຕີກະຊວງພາຍໃນຫວຽດນາມ ເນັ້ນໜັກວ່າ ກອງປະຊຸມດັ່ງກ່າວໄດ້ດໍາເນີນໃນສະພາບການທີ່ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບພັດທະນາກວ່າອີກ.

ພັກ ແລະລັດຫວຽດນາມ ຢືດໝັ້ນ, ສະເໝີຕົ້ນສະເໝີປາຍຖືສາຍພົວພັນກັບລາວ ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການພົວພັນຕ່າງປະເທດ. ສາຍພົວພັນນີ້ມຸ່ງໄປເຖິງການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ.

ທ່ານ ໂດ້ແທງບິ່ງ ເຊື່ອໝັ້ນວ່າ ກອງປະຊຸມຄັ້ງທີ 9 ນີ້ຈະຊ່ວຍໃຫ້ສອງກະຊວງຫວນຄືນໄລຍະທາງການຮ່ວມມືໃນອະດີດ ແລະສ້າງຂີດໝາຍໃຫ້ສາຍພົວພັນທີ່ເລິກເຊິ່ງ, ແໜ້ນແຟ້ນກວ່າເກົ່າໃນໄລຍະຈະມາເຖິງ.

leftcenterrightdel
ພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະຜູ້ທີ່ມີຄຸນງາມຄວາມດີລະຫວ່າງສອງກະຊວງ ແລະບົດບັນທຶກກອງປະຊຸມລັດຖະມົນຕີແຮງງານ ຫວຽດນາມ-ລາວ ຄັ້ງທີ 9. ພາບ: ຫງວຽນເຈື່ອງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຂົ້າຮ່ວມກອງປະຊຸມຢູ່ແຂວງນິງບິ່ງ. ທ່ານ ໂພໄຊ ໄຊຍະສອນ ໄດ້ຕີລາຄາວ່າ ແຂວງນິງບິ່ງ ເປັນແຂວງທີ່ມີທິວທັດທຳມະຊາດທີ່ສວຍງາມ, ມີປູຊະນີຍະສະຖານປະຫວັດສາດວັດທະນະທຳຫຼາຍແຫ່ງ, ມີການພັດທະນາເສດຖະກິດ-ສັງຄົມຢ່າງວ່ອງໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຍົກສູງບົດບາດການນຳພາຂອງພັກ ແລະລັດຖະບານຫວຽດນາມ ເວົ້າລວມ ແລະແຂວງນິງບິ່ງ ເວົ້າສະເພາະ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ແບ່ງປັນປະສົບການ ແລະນະໂຍບາຍກ່ຽວກັບແຮງງານ, ວຽກເຮັດງານທໍາ, ຜູ້ທີ່ມີຄຸນງາມຄວາມດີ ແລະການຫັນເປັນດີຈີຕອນຂອງສອງປະເທດ. ຕີລາຄາຜົນການຮ່ວມມືໃນໄລຍະປີ 2024-2025 ແລະແຜນການຮ່ວມມື ປີ 2026-2027. ພ້ອມທັງ, ປຶກສາຫາລືບັນດາມາດຕະການທີ່ແທດຈິງແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງໃນຂົງເຂດແຮງງານ, ວຽກເຮັດງານທໍາ, ຜູ້ທີ່ມີຄຸນງາມຄວາມດີ ໃນໄລຍະປີ 2025-2027 ຢ່າງມີປະສິດທິຜົນກວ່າອີກ.

ທີ່ກອງປະຊຸມໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືໃນຂົງເຂດແຮງງານ ແລະຜູ້ທີ່ມີຄຸນງາມຄວາມດີລະຫວ່າງສອງກະຊວງ ແລະບົດບັນທຶກກອງປະຊຸມລັດຖະມົນຕີແຮງງານຫວຽດນາມ-ລາວ ຄັ້ງທີ 9.

ໂດຍ: ຈາງຫງວຽນ