ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າຊາຍແດນລະຫວ່າງ ຫວຽດນາມ-ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່
ກປ.ອອນໄລ - ຕອນບ່າຍວັນທີ 7 ພະຈິກ, ຢູ່ແຂວງກວ໋າງນິງ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ-ລາວ ຄັ້ງທີ XIII.
    |
 |
|
ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ກ່າວຄຳເຫັນໄຂກອງປະຊຸມ. ພາບ: Vietnam+ |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ຕີລາຄາວ່າ ໃນຊຸມປີຜ່ານມາ, ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ການຄ້າຊາຍແດນເວົ້າສະເພາະນັບມື້ນັບດີຂຶ້ນ ແລະເຕີບໂຕຢ່າງແຂງແຮງ, ບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຈາກຄວາມບໍ່ໝັ້ນຄົງຂອງສະພາບການເສດຖະກິດ, ການເມືອງໃນໂລກ ແລະສະພາບເສດຖະກິດໂລກຖົດຖອຍ.
ທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ ກອງປະຊຸມຈະເປັນຂີດໝາຍສຳຄັນ, ເປີດໄລຍະການຮ່ວມມືໃໝ່ - ມີປະສິດທິຜົນກວ່າ, ຍືນຍົງກວ່າ, ສອດຄ່ອງກັບຈິດໃຈເຊື່ອມໂຍງ, ນະວັດຕະກໍາ ແລະພັດທະນາສີຂຽວ, ດີຈີີຕອນ, ຮອບດ້ານໃນສັງກາດໃໝ່.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: Vietnam+ |
ສ່ວນທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ຢືນຢັນວ່າ ການຄ້າຊາຍແດນ ຫວຽດນາມ-ລາວ ບໍ່ພຽງແຕ່ມີຄວາມໝາຍດ້ານເສດຖະກິດເທົ່ານັ້ນ ຫາກຍັງມີຄຸນຄ່າອັນເລິກເຊິ່ງດ້ານການເມືອງ, ວັດທະນະທຳ ແລະສັງຄົມອີກດ້ວຍ.
ທ່ານລັດຖະມົນຕີ ມາໄລທອງ ກົມມະສິດ ໃຫ້ຮູ້ວ່າ: “ນີ້ແມ່ນການເຊື່ອມຕໍ່ນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ພ້ອມທັງແມ່ນກຳລັງໜູນພັດທະນາຢ່າງໝັ້ນຄົງ ແລະຍືນຍົງຂອງສອງປະເທດ, ສຳລັບລາວ, ການຮ່ວມມືການຄ້າຊາຍແດນກັບຫວຽດນາມ ແມ່ນກາລະໂອກາດເພື່ອເປີດກວ້າງຕະຫຼາດຈຳໜ່າຍສິນຄ້າ, ເຂົ້າເຖິງແຫຼ່ງສະໜອງອຸດົມສົມບູນ ແລະຫຼາກຫຼາຍ. ກົງກັນຂ້າມ, ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ສິນຄ້າຫວຽດນາມ ແຊກຊຶມເຂົ້າຕະຫຼາດລາວ, ເປີດກວ້າງໄປສູ່ຕະຫຼາດທີ 3 ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊາຍແດນສອງປະເທດ”.
ການຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ-ລາວ ແມ່ນກົນໄກສຳຄັນທີ່ສຸດໃນການຜັນຂະຫຍາຍຍຸດທະສາດການຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2030. ກອງປະຊຸມແມ່ນເວທີປາໄສຫັນສັນຍາ, ຂໍ້ຕົກລົງການຄ້າຊາຍແດນ, ຊຸກຍູ້ການຄ້າ-ການລົງທຶນ ແລະພັດທະນາພື້ນຖານໂຄງລ່າງເສດຖະກິດຊາຍແດນ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາເຂດເສດຖະກິດດ່ານຊາຍແດນ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ