ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ເຂົ້າຢ້ຽມຂໍ່ານັບທ່ານເລຂາທິການໃຫຍ່, ປະທານປະເທດລາວ
ກປ.ອອນໄລ - ເພື່ອກະກຽມໃຫ້ແກ່ການຢ້ຽມຢາມຂອງການນຳຂັ້ນສູງສອງພັກ, ສອງລັດ ໃນໄລຍະຈະມາເຖິງ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນລັດຖະບານຫວຽດນາມ ໄປຢ້ຽມຢາມ ແລະເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 12-13 ພະຈິກ.
ໃນຂອບເຂດການຢ້ຽມຢາມ, ຕອນບ່າຍວັນທີ 12 ພະຈິກ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລາວ .
    |
 |
|
ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: nhandan.vn |
ທີ່ການເຂົ້າຢ້ຽມຂໍ່ານັບ, ທ່ານ ໂຮ່ດຶກເຟິກ ໄດ້ລາຍງານຜົນການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຮັບຊາບ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຕີລາຄາຮອບດ້ານສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ກວດກາຄືນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ແລກປ່ຽນມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຕັດສິນໃຈນຳການພົວພັນ ຫວຽດນາມ-ລາວ ພັດທະນາຢ່າງແທດຈິງ, ຍືນຍົງໃນໄລຍະໃໝ່. ສອງຝ່າຍໄດ້ເຫັນດີເປັນເອກະພາບບາງເນື້ອໃນຈຸດສຸມ ແລະກຸ່ມມາດຕະການໃຫຍ່ສຳລັບບາງໂຄງການລະອຽດ. ປັດຈຸບັນ, ສອງຝ່າຍພວມຕັ້ງໜ້າກວດກາຄືນຜົນການປະຕິບັດບັນດາເນື້ອໃນຂອງກອງປະຊຸມ ຄັ້ງທີ 47 ເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ-ລາວ ເຊິ່ງຈະດໍາເນີນໃນໄລຍະຈະມາເຖິງ.
ກ່ອນໜ້ານັ້ນ, ທີ່ການພົບປະສອງຝ່າຍທີ່ດໍາເນີນໃນຕອນບ່າຍວັນທີ 12 ພະຈິກ, ທ່ານ ໂຮ່ດຶກເຟິກ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາວ ໄດ້ເຫັນດີເປັນເອກະພາບ ຕີລາຄາວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດສືບຕໍ່ມີບາດກ້າວພັດທະນາຢ່າງແຂງແຮງດ້ວຍຫຼາຍຈຸດພົ້ນເດັ່ນ; ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງໃນບັນດາໂຄງການຮ່ວມມືຈຸດສຸມໄດ້ຮັບການສົມທົບ ແລະແກ້ໄຂຢ່າງມີປະສິດທິຜົນ.
ໂດຍ: ເຈິ່ນຮວ່ຽນ