ທ່ານພັນເອກພິເສດ ເລວັນທຶກ, ຫົວໜ້າການເມືອງບໍລິສັດມິດຕະພາບ 206 (ທະຫານເຂດ 5) ແລະທ່ານພັນເອກ ຄໍາກົດ ອິນສີນາ, ຫົວໜ້າການເມືອງກອງພົນທະຫານຮາບທີ 5, ກອງທັບປະຊາຊົນລາວ ເປັນປະທານຮ່ວມພິທີມອບຮັບ.

ທ່ານນາງ ອຽງ ມະຫາໄຊ ເປັນພັນລະຍາຂອງພັນເອກ ບຸນຕາ ມະຫາໄຊ (ເສຍຊີວິດແລ້ວ), ອະດີດຫົວໜ້າການເມືອງກອງພົນທະຫານຮາບທີ 5, ກອງທັບປະຊາຊົນລາວ.

leftcenterrightdel
ບັນຍາກາດທີ່ພິທີມອບຮັບເຮືອນສົງເຄາະ. ພາບ: qdnd.vn

ໂຄງການສ້ອມແປງ, ກໍ່ສ້າງເຮືອນສົງເຄາະມອບໃຫ້ທ່ານນາງ ອຽງ ມະຫາໄຊ ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ທີ່ກອງປະຊຸມປະຈຳປີ ຄັ້ງທີ 9 ລະຫວ່າງກອງພົນທະຫານຮາບທີ 5 ແລະບໍລິສັດມິດຕະພາບ 206. ເຮືອນຫຼັງນີ້ໄດ້ຮັບການສ້ອມແປງແຕ່ທ້າຍເດືອນຕຸລາ 2025 ແລະກໍ່ສ້າງສໍາເລັດ ດ້ວຍມູນຄ່າທັງໝົດ 80 ລ້ານກີບ.

ຕາງໜ້າຄອບຄົວ, ທ່ານນາງ ອຽງ ມະຫາໄຊ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ, ຖືວ່ານີ້ແມ່ນການກະທໍາອັນສູງສົ່ງ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດນາມ.

ໂດຍ: ໄຊຊະນະ