ແຂວງຈໍາປາສັກ ແລະ ສາລະວັນ ໜູນຊ່ວຍບັນດາແຂວງຂອງຫວຽດນາມ ແກ້ໄຂຄວາມເສຍຫາຍຈາກພາຍຸນໍ້າຖ້ວມ
ກປ.ອອນໄລ - ແຕ່ວັນທີ 4-5 ພະຈິກ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ (ລາວ) ໄດ້ຮັບເອົາເງິນຈໍານວນ 1,6 ຕື້ດົ່ງເພື່ອໜູນຊ່ວຍບັນດາແຂວງ, ນະຄອນຂອງຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 12 ທີ່ຜ່ານມາ.
ວັນທີ 5 ພະຈິກ, ຄະນະການນໍາແຂວງຈໍາປາສັກ (ລາວ) ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈໍາປາສັກ ໄດ້ໄປຍັງສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ເພື່ອຢ້ຽມຢາມຖາມຂ່າວ ແລະມອບເງິນຈໍານວນ 900 ລ້ານດົ່ງ ໜູນຊ່ວຍ 4 ແຂວງ, ນະຄອນ ຄື: ກວາງຈິ, ກວາງຫງາຍ, ນະຄອນດ່າໜັງ ແລະນະຄອນເຫ້ວ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະມາດ.
ກ່ອນໜ້ານັ້ນ (ວັນທີ 4 ພະຈິກ), ຜູ້ຕາງໜ້າການນຳແຂວງສາລະວັນ ກໍໄດ້ໄປຢ້ຽມຢາມຖາມຂ່າວ ແລະມອບເງິນຈໍານວນ 700 ລ້ານດົ່ງ ເພື່ອໜູນຊ່ວຍແຂວງກວາງຈິ, ນະຄອນດ່າໜັງ ແລະນະຄອນເຫ້ວ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸລູກທີ 12 ທີ່ຜ່ານມາ.
    |
 |
|
ແຂວງຈໍາປາສັກ ໜູນຊ່ວຍນະຄອນເຫ້ວ ເງິນຈໍານວນ 300 ລ້ານດົ່ງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ. ພາບ: vov.vn |
ທີ່ການຕ້ອນຮັບ, ຜູ້ຕາງໜ້າບັນດາແຂວງຈໍາປາສັກ ແລະແຂວງສາລະວັນ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະແບ່ງປັນຕໍ່ຄວາມເສຍຫາຍທາງດ້ານວັດຖຸ ແລະອິນຊີຂອງບັນດາແຂວງພາກກາງ, ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກ, ລັດຫວຽດນາມ ກໍ່ຄືຂອງການນຳບັນດາແຂວງ, ນະຄອນ ທີ່ໄດ້ຮັບຜົນສະທ້ອນຈາກໄພທຳມະຊາດ, ບັນດາແຂວງ, ນະຄອນ ຈະຜ່ານຜ່າຄວາມຫຍຸ້ງຍາກ, ຄວາມເສຍຫາຍຍ້ອນພາຍຸ ລູກທີ 12 ກໍ່ຂຶ້ນ.
ທ່ານ ຕະເຟືອງຢຸງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ ເນັ້ນໜັກວ່າ ຄວາມເອົາໃຈໃສ່, ການແບ່ງປັນຢ່າງທັນການຂອງອໍານາດການປົກຄອງ ແລະປະຊາຊົນແຂວງຈຳປາສັກ ແລະ ສາລະວັນ ແມ່ນການລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ອໍານາດການປົກຄອງ ແລະປະຊາຊົນບັນດາແຂວງ, ນະຄອນທີ່ໄດ້ຮັບຜົນສະທ້ອນຈາກພາຍຸ; ຢືນຢັນວ່າ ນີ້ແມ່ນພະຍານຫຼັກຖານຢ່າງຈະແຈ້ງ ສະແດງໃຫ້ເຫັນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ໂດຍ: ທູຈາງ