ຫວຽດນາມ-ລາວ ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານໃນວຽກງານຄຸ້ມຄອງສື່ມວນຊົນ
ກປ.ອອນໄລ - ຕອນເຊົ້າວັນທີ 17 ພະຈິກ, ຢູ່ສຳນັກງານສຳນັກຂ່າວສານແຫ່ງຊາດ (ເລກທີ 5 ຖະໜົນຫຼີ໋ເທື່ອງກຽດ, ຮ່າໂນ້ຍ), ຄະນະຜູ້ແທນສຳນັກຂ່າວສານຫວຽດນາມ ໄດ້ມີການເຮັດວຽກກັບຄະນະສໍາມະນາກອນຊຸດຝຶກອົບຮົມພະນັກງານນໍາພາຄຸ້ມຄອງສື່ມວນຊົນລາວ ກ່ຽວກັບ “ຮູບແບບການຈັດຕັ້ງ ແລະກົນໄກຄຸ້ມຄອງຂອງສຳນັກຂ່າວສານຫວຽດນາມ”.
ນີ້ແມ່ນເນື້ອໃນຂອງຊຸດຝຶກອົບຮົມ, ໄປທັດສະນະສຶກສາຕົວຈິງຂອງຄະນະສໍາມະນາກອນລາວ ຢູ່ຫວຽດນາມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃນສະພາບການໃໝ່.
ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ຕາງໜ້າໃຫ້ຄະນະຊຸດອົບຮົມ ໄດ້ສະແດງຄວາມຂອບໃຈຕໍ່ສຳນັກຂ່າວສານຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງຮອບຄອບຖີ່ຖ້ວນ, ພ້ອມທັງຢືນຢັນວ່າ ຂໍ້ມູນຂ່າວສານທີ່ໄດ້ແບ່ງປັນໃນການເຮັດວຽກຄັ້ງນີ້ ຈະເປັນປະສົບການອັນລ້ຳຄ່າເພື່ອໃຫ້ຂະແໜງໂຄສະນາອົບຮົມ, ອົງການສື່ມວນຊົນລາວ ຮໍ່າຮຽນ, ທາບທາມໃນວິວັດການຫັນເປັນດີຈີຕອນ, ຍົກສູງປະສິດທິຜົນການໂຄສະນາ.
    |
 |
|
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນສໍາຄັນຄື: ແກ້ໄຂຄວາມຫຍຸ້ງຍາກໃນວິວັດການເຄື່ອນໄຫວບັນດາຫົວໜ່ວຍພາຍຫຼັງການໂຮມເຂົ້າກັນ; ການຈັດຕັ້ງ, ຄຸ້ມຄອງບໍລິຫານການເຄື່ອນໄຫວຂໍ້ມູນຂ່າວສານຂອງບັນດາອົງການປະຈໍາຢູ່ພາຍໃນ ແລະຕ່າງປະເທດ; ຊຸກຍູ້ການຫັນເປັນດີຈີຕອນ; ຍົກສູງກໍາລັງຄວາມສາມາດຂອງຖັນແຖວນັກຂ່າວ; ປ່ຽນແປງໃໝ່ຮູບການໂຄສະນາຂໍ້ມູນຂ່າວສານໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການໂຄສະນາເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ຜ່ານສື່ສັງຄົມອອນລາຍ, ກໍຄືເພີ່ມທະວີມາດຕະການແກ້ໄຂຂ່າວປອມ, ຂ່າວລື, ຂ່າວບໍ່ມີມູນຄວາມຈິງ...
    |
 |
|
ສໍາມະນາກອນຂອງລາວ ຕັ້ງຄຳຖາມເພື່ອຊອກຮູ້ກ່ຽວກັບສຳນັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ບັນຍາກາດການເຮັດວຽກທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ເປີດອົກເປີດໃຈ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງສຳນັກຂ່າວສານຫວຽດນາມ ກັບບັນດາອົງການໂຄສະນາອົບຮົມ, ສື່ມວນຊົນຂອງລາວ, ເປີດກາລະໂອກາດແລກປ່ຽນ, ຖອດຖອນບົດຮຽນປະສົບການ, ພັດທະນາສື່ມວນຊົນທັນສະໄໝ, ເປັນມືອາຊີບ, ຮັບໃຊ້ວຽກງານສື່ສານ, ໂຄສະນາຂອງສອງປະເທດ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ.
ໂດຍ: ທູຈາງ