ຖືເປັນສຳຄັນການເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ ແລະລາວ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ໃນວັນທີ 13 ພະຈິກ, ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ.
ໃນການພົບປະ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ຊົມເຊີຍຜົນງານທີ່ພົ້ນເດັ່ນທີ່ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພິເສດແມ່ນເສດຖະກິດຮັກສາການເຕີບໂຕຢ່າງໝັ້ນຄົງ; ຢືນຢັນວ່າ ພັກ, ລັດລາວ ຍາມໃດກໍ່ຖືເປັນສໍາຄັນການເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ.
    |
 |
|
ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີ ພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານ ໂຮ່ດຶກເຟີກ ໄດ້ຊົມເຊີຍພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງໄດ້ບັນລຸຜົນງານທີ່ສຳຄັນ, ຮອບດ້ານກ່ຽວກັບວຽກງານພາຍໃນ, ການພົວພັນຕ່າງປະເທດທີ່ມີຄວາມໝາຍທາງປະຫວັດສາດ, ຂີດໝາຍເສັ້ນທາງແຫ່ງການສ້າງສາ ແລະພັດທະນາປະເທດຊາດ, ມຸ່ງໄປເຖິງສະເຫຼີມສະຫຼອງວັນຊາດລາວ ຄົບຮອບ50 ປີ ໃນປີນີ້; ສະພາບການຟື້ນຟູເສດຖະກິດໄດ້ມີການປ່ຽນແປງຢ່າງຕັ້ງໜ້າ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ອິດທິພົນຊື່ສຽງ ແລະທີ່ຕັ້ງຂອງລາວ ໃນພາກພື້ນ ແລະສາກົນນັບມື້ນັບໄດ້ຮັບການຢັ້ງຢືນ.
ທ່ານ ສອນໄຊ ສີພັນດອນ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ກະກຽມການຢ້ຽມຢາມຂອງການນໍາຂັ້ນສູງໃນໄລຍະຈະມາເຖິງ, ພ້ອມທັງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດເພື່ອພ້ອມກັນຮັບມືກັບສິ່ງທ້າທາຍໃໝ່; ເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງທີ່ສອງປະເທດໄດ້ລົງນາມ; ເນັ້ນໜັກວ່າສອງຝ່າຍຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ກວດຄືນ ແລະຊຸກຍູ້ຜັນຂະຫຍາຍບັນດາໂຄງການຮ່ວມມື; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງທີ່ສຳຄັນຂອງສອງປະເທດໃນປີ 2025; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສະໜັບສະໜູນເຊິ່ງກັນແລະກັນໃນເວທີປາໄສສາກົນ, ພາກພື້ນ ແລະບັນດາກົນໄກອະນຸພາກພື້ນ.
ໃນຕອນບ່າຍວັນດຽວກັນ, ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມກັບພະນັກງານ, ພາລະກອນຂອງສະຖານທູດຫວຽດນາມ ປະຈຳລາວ.
ໂດຍ: ຈາງຫງວຽນ