ທີ່ການພົບປະ ແລະເຮັດວຽກ, ທ່ານ ສຸພັນ ຮາດາວເຮືອງ ຢືນຢັນວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍແຂວງຢາລາຍ ເພື່ອປະກອບສ່ວນເຂົ້າໃນການປັບປຸງ ແລະຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງລາວ ແລະຫວຽດນາມ ເວົ້າລວມ ແລະລະຫວ່າງແຂວງຢາລາຍ ກັບບັນດາແຂວງພາກໃຕ້ຂອງລາວ ເວົ້າສະເພາະ.

leftcenterrightdel
ທ່ານ ຫງວຽນຫືວເກວ ຮອງປະທານຄະນະກໍາມະການປະຊາຊົນແຂວງຢາລາຍ ຕ້ອນຮັບທ່ານ ສຸພັນ ຮາດາວເຮືອງ ຫົວໜ້າກົງສູນໃຫຍ່ລາວ ປະຈໍາ ນະຄອນດ່າໜັງ. ພາບ: vanhoavaphattrien.vn

ທ່ານ ຫງວຽນຫືວເກວ ໄດ້ຂອບໃຈຕໍ່ອາລົມຈິດ ແລະການເອົາໃຈໃສ່ອັນເລິກເຊິ່ງຂອງທ່ານ ສຸພັນ ຮາດາວເຮືອງ, ພິເສດແມ່ນໃນຊ່ວງເວລາທີ່ພະນັກງານ, ທະຫານ ແລະປະຊາຊົນທ້ອງຖິ່ນກຳລັງມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອພັດທະນາການຜະລິດ ແລະເຮັດໃຫ້ຊີວິດກັບຄືນເປັນປົກກະຕິຍ້ອນເກີດໄພພິບັດທາງທຳມະຊາດ.

leftcenterrightdel
ທ່ານ ຫງວຽນຫືວເກວ ຮອງປະທານຄະນະກຳມະການປະຊາຊົນ ແຂວງຢາລາຍ ຖ່າຍຮູບກັບຄະນະຜູ້ແທນ. ພາບ: vanhoavaphattrien.vn

ໂດຍອີງໃສ່ໝາກຜົນ ແລະຈິດໃຈແຫ່ງຄວາມສາມັກຄີ, ແຂວງຢາລາຍ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງລາວ.

ທ່ານ ຫງວຽນຫືວເກວ ຫວັງວ່າ ໃນຕຳແໜ່ງໃໝ່, ທ່ານ ສຸພັນ ຮາດາວເຮືອງ ຈະສືບຕໍ່ເອົາໃຈໃສ່ ແລະສ້າງສາຍພົວພັນໃໝ່ ເພື່ອພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືມິດຕະພາບລະຫວ່າງແຂວງຢາລາຍ ແລະບັນດາແຂວງພາກໃຕ້ຂອງລາວ ໃຫ້ດີກວ່າເກົ່າ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ, ປະກອບສ່ວນເຂົ້າໃນການປັງປຸງ ແລະຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ ແລະລາວ.

ໂດຍ: ໄຊນີດາ