leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ຕາງໜ້າຄະນະພັກ, ຄະນະບັນຊາກອງພົນ 316, ທ່ານພັນເອກພິເສດ ບຸ່ຍເທຢູງ ໄດ້ສະແດງຄວາມຍິນດີຕ້ອນຮັບມາຍັງຄະນະພະນັກງານກອງພົນທະຫານຮາບທີ 2, ກອງທັບປະຊາຊົນລາວ; ພ້ອມທັງໄດ້ສະແດງຄວາມປິຕິຊົມຊື່ນເມື່ອພະນັກງານສອງກົມກອງສືບຕໍ່ຮັກສາການເຄື່ອນໄຫວພົບປະແລກປ່ຽນບົດຮຽນ - ຈຸດງາມທີ່ເປັນມູນເຊື້ອໃນການພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ແລະຂອງກອງພົນ 316 ແລະກອງພົນທະຫານຮາບທີ 2 ກອງທັບປະຊາຊົນລາວ ໃນຫຼາຍປີຜ່ານມາ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະອົບອຸ່ນ, ຜູ້ຕາງໜ້າຄະນະປະຕິບັດງານລາວ ໄດ້ຂອບໃຈຕໍ່ຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະບັນຊາກອງພົນ 316, ພ້ອມທັງຢັ້ງຢືນວ່າ ໃນການຮໍ່າຮຽນ, ປະຕິບັດງານທີ່ກອງພັນໃຫຍ່ 174 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ການສ້າງເງື່ອນໄຂທີ່ສະດວກທີ່ສຸດຈາກການນໍາ, ຄະນະບັນຊາທຸກຂັ້ນຂອງກອງພົນ; ບັນດາເນື້ອໃນການຝຶກອົບຮົມທັງໝົດແມ່ນເໝາະສົມ, ແທດຈິງ, ຊ່ວຍເພີ່ມທະວີບົດຮຽນຕົວຈິງໃຫ້ພະນັກງານກອງພົນທະຫານຮາບທີ 2, ກອງທັບປະຊາຊົນລາວ.

ຕາມແຜນການແລ້ວ, ຄະນະພະນັກງານກອງພົນທະຫານຮາບທີ 2 ກອງທັບປະຊາຊົນລາວ ຈະສືບຕໍ່ຢ້ຽມຢາມ, ທັດສະນະສຶກສາຕົວຈິງຢູ່ທີ່ກອງພົນ 316 ຈົນຮອດວັນທີ 3 ທັນວາ.

ໂດຍ: ຈາງຫງວຽນ