ງານບຸນກິລາ, ອາຫານການກິນຮັດແໜ້ນນໍ້າໃຈມິດຕະພາບ ຫວຽດນາມ-ລາວ ຢູ່ແຂວງສະຫວັນນະເຂດ
ກປ.ອອນໄລ - ງານບຸນກິລາ, ອາຫານການກິນ ແລະສະແດງຫຸ່ນຍົນຢູ່ແຂວງສະຫວັນນະເຂດ ຊຸກຍູ້ນໍ້າໃຈມິດຕະພາບ ຫວຽດນາມ-ລາວ, ພັດທະນາທັກສະ, ຫົວຄິດປະດິດສ້າງຂອງນັກຮຽນສອງປະເທດ.
ຫວ່າງແລ້ວນີ້, ຢູ່ແຂວງສະຫວັນນະເຂດ ໄດ້ດໍາເນີນງານບຸນກິລາ, ອາຫານການກິນ ແລະສະແດງຫຸ່ນຍົນ ສົກຮຽນ 2025-2026 ໂດຍໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວປະຈຳປີ ແນໃສ່ສ້າງສະໜາມຫຼິ້ນທີ່ມີປະໂຫຍດ, ຊ່ວຍໃຫ້ນັກຮຽນພັດທະນາຮອບດ້ານທາງດ້ານກຳລັງກາຍ, ສະຕິປັນຍາ ແລະທັກສະຊີວິດ.
    |
 |
|
ງານບຸນກິລາ, ອາຫານການກິນ ແລະສະແດງຫຸ່ນຍົນ ສົກຮຽນ 2025-2026 ໂດຍໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ຈັດຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ |
ເຂົ້າຮ່ວມເຫດການມີທ່ານນາງ ດັ້ງທິຫາຍເຕິມ ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ; ຜູ້ຕາງໜ້າພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງສະຫວັນນະເຂດ ພ້ອມດ້ວຍຄູອາຈານ ແລະນັກຮຽນຂອງໂຮງຮຽນເປັນຈຳນວນຫຼວງຫຼາຍ.
ຕາມຄະນະຈັດຕັ້ງແລ້ວ, ເປົ້າໝາຍຂອງລາຍການແມ່ນຊ່ວຍໃຫ້ພວກນ້ອງນັກຮຽນບໍ່ພຽງແຕ່ໄດ້ຮຽນວັດທະນະທຳດີເທົ່ານັ້ນ, ຫາກຍັງຝຶກຝົນຫຼໍ່ຫຼອມສຸຂະພາບ, ບຳລຸງສ້າງຈິດໃຈລະບຽບວິໄນ, ຄວາມເມດຕາ ແລະສະຕິຄວາມຮັບຜິດຊອບຕໍ່ສັງຄົມ.
ຜ່ານກິດຈະກຳກິລາ, ສິລະປະ, ອາຫານການກິນ ແລະສະແດງທີ່ມີຫົວຄິດປະດິດສ້າງ, ນັກຮຽນໄດ້ສົ່ງເສີມເສີມຂະຫຍາຍພອນສະຫວັນ, ຈິດໃຈຮ່ວມມື ແລະມີຫົວຄິດປະດິດສ້າງໃນການຮໍ່າຮຽນ ກໍ່ຄືໃນການຊີວິດ. ນອກຈາກນັ້ນ, ລາຍການປີນີ້ຍັງມີການສະແດງຫຸ່ນຍົນໂຮງຮຽນ, ເຊິ່ງບໍ່ພຽງແຕ່ສ້າງຄວາມເມົາມົວໃນວິທະຍາສາດ-ເຕັກໂນໂລຢີເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ພວກນ້ອງໄດ້ຝຶກຝົນຫຼໍ່ຫຼອມຈິນຕະນາການໂລຢິກ, ຄວາມສາມາດເຮັດວຽກກຸ່ມ ແລະແກ້ໄຂບັນຫາ.
ງານບຸນກິລາ, ອາຫານການກິນ ແລະສະແດງຫຸ່ນຍົນຢູ່ໂຮງຮຽນມັດທະຍົມຕອນປາຍມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ, ໄດ້ກາຍເປັນວັນບຸນທີ່ມີຄວາມໝາຍ, ປະກອບສ່ວນບໍາລຸງສ້າງໃຫ້ລຸ້ນໜຸ່ມທີ່ຂະຫຍັນຂັນເຄື່ອນ ແລະມີຫົວຄິດປະດິດສ້າງ ແລະເປັນຂົວຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ