ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານສື່ສານ
ກປ.ອອນໄລ - ຕອນເຊົ້າຂອງວັນທີ 31 ຕຸລາ, ພັນເອກ ວຽງໄຊ ສຸລິວົງ ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ປະຈຳ ຫວຽດນາມ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ໂຮງຮຽນນາຍທະຫານສື່ສານ.
ເຂົ້າຮ່ວມຄະນະປະຕິບັດງານຍັງມີຜູ້ຊ່ວຍວຽກທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ແລະຜູ້ຕາງໜ້າກົມການຕ່າງປະເທດ, ກົມຝຶກອົບຮົມການທະຫານ-ໂຮງຮຽນ/ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.
ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫງວຽນຍືຖັງ, ຮອງຫົວໜ້າໂຮງຮຽນນາຍທະຫານສື່ສານໄດ້ແຈ້ງໃຫ້ທ່ານພັນເອກ ວຽງໄຊ ສຸລິວົງ ຊາບກ່ຽວກັບໝາກຜົນຂອງການບໍາລຸງກໍ່ສ້າງ, ການຝຶກອົບຮົມ ໃຫ້ແກ່ພະນັກງານ, ນັກສໍາມະນາກອນທະຫານລາວ ທີ່ໂຮງຮຽນໃນຊຸມປີຜ່ານມາ ແລະໃຫ້ຄຳໝັ້ນສັນຍາວ່າ ໂຮງຮຽນນາຍທະຫານສື່ສານ ຈະສືບຕໍ່ສ້າງເງື່ອນໄຂທີ່ດີທີ່ສຸດ, ຈັດການຄຸ້ມຄອງ, ການສຶກສາ, ການຝຶກແອບ, ການຝຶກອົບຮົມນັບມື້ນັບມີຄຸນນະພາບດີຂຶ້ນໃຫ້ແກ່ນັກສໍາມະນາກອນທະຫານລາວ ກໍ່ຄືພະນັກງານສື່ສານລາວ ທີ່ມາຝຶກອົບຮົມໃນໄລຍະຈະມາເຖິງ.
    |
 |
|
ການນໍາໂຮງຮຽນນາຍທະຫານສື່ສານມອບຂອງຂວັນທີ່ລະນຶກໃຫ້ແກ່ຄະນະປະຕິບັດງານ. ພາບ: qdnd.vn |
ສອງຝ່າຍຍັງໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບກ່ຽວກັບບາງເນື້ອເພື່ອແນໃສ່ຍົກສູງຄຸນນະພາບການສຶກສາ, ການຝຶກອົບຮົມໃຫ້ນັກສໍາມະນາກອນທະຫານລາວ ຢູ່ໂຮງຮຽນນາຍທະຫານສື່ສານ, ພ້ອມທັງແຈ້ງໃຫ້ທີ່ປຶກສາທູດຝ່າຍປ້ອງກັນຊາດລາວ ຊາບກ່ຽວກັບສະຖານະການ, ໝາກຜົນການຮຽນ, ການຝຶກແອບຂອງນັກສໍາມະນາກອນລາວ ຢ່າງເປັນປະຈຳເພື່ອສົມທົບກັນແກ້ໄຂບັນຫາທີ່ເກີດຂຶ້ນ...
ພາຍຫຼັງການເຮັດວຽກ, ພັນເອກ ວຽງໄຊ ສຸລິວົງ ໄດ້ມາຢ້ຽມຢາມ, ລະດົມກໍາລັງໃຈນັກສໍາມະນາກອນທະຫານລາວ ທີ່ພວມຮຽນຢູ່ໂຮງຮຽນ.
ໂດຍ: ຈາງຫງວຽນ