ທີ່ກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານທີ່ສຳຄັນ ກ່ຽວກັບສະພາບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຂອງສອງແຂວງ, ເປັນຕົ້ນແມ່ນບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງອາດຊະຍາກຳຫຼອກລວງຂ້າມຊາດ, ອາດຊະຍາກຳຢາເສບຕິດ, ການຄ້າມະນຸດ ແລະການເຂົ້າ-ອອກເມືອງຜິດກົດໝາຍ. ພ້ອມທັງຍົກອອກບັນດາລະບອບລະບຽບການ, ກົນໄກປະສານສົມທົບລະອຽດເພື່ອແນໃສ່ເພີ່ມທະວີປະສິດທິຜົນຂອງການແລກປ່ຽນຂໍ້ມູນຂ່າວສານ, ໜູນຊ່ວຍດ້ານວິຊາການ, ສົມທົບກັນສືບສວນ, ປາບປາມອາດຊະຍາກຳ, ປະກອບສ່ວນຮັກສາຄວາມໝັ້ນຄົງຢູ່ເຂດຊາຍແດນ, ເຮັດໃຫ້ສະພາບຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຕິດຈອດກັບຊາຍແດນລະຫວ່າງສອງປະເທດ ເປັນປົກກະຕິ.

leftcenterrightdel
ບັນຍາກາກທີ່ກອງປະຊຸມ. ພາບ:congan.hatinh.gov.vn

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫງວຽນຊວນທາວ, ຫົວໜ້າກອງບັນຊາການຕຳຫຼວດແຂວງຮ່າຕິ້ງ  ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຂໍ້ມູນຂ່າວສານ, ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນແມ່ນການເຄື່ອນໄຫວຂອງອາດຊະຍາກຳຂ້າມຊາດ; ເພີ່ມທະວີການສົມທົບກັນຕ້ານ ແລະສະກັດກັ້ນຢາເສບຕິດ, ຄວບຄຸມການເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນຢ່າງແໜ້ນແຟ້ນ.

leftcenterrightdel
ການນໍາຕໍາຫຼວດແຂວງຮ່າຕິ້ງ ມອບຂອງຂວັນທີ່ລະນຶກ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ. ພາບ:congan.hatinh.gov.vn

ທ່ານພົນຈັດຕະວາ  ຕູຊົງ ປັດໃຈ, ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກວ່າອີກໃນວຽກງານແລກປ່ຽນຂໍ້ມູນຂ່າວສານ, ໜູນຊ່ວຍດ້ານວິຊາການ, ເປັນຕົ້ນແມ່ນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຢາເສບຕິດ, ການຄ້າເຖື່ອນ ແລະອາດຊະຍາກຳຂ້າມຊາຍແດນ, ພ້ອມກັນຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ຄະນະຜູ້ແທນສອງຝ່າຍ ຖ່າຍຮູບເປັນທີ່ລະນຶກ. ພາບ:congan.hatinh.gov.vn

ສິ້ນສຸດກອງປະຊຸມ, ການນຳຂອງສອງຝ່າຍ ໄດ້ມອບຂອງຂວັນທີ່ລະນຶກໃຫ້ກັນ, ສະແດງໃຫ້ເຫັນອາລົມຈິດຄວາມສາມັກຄີ, ຄວາມຜູກພັນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານພົນຈັດຕະວາ ຕູຊົງ ປັດໃຈ ໄດ້ສະແດງຄວາມແບ່ງປັນຢ່າງເລິກເຊິ່ງມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຮ່າຕິ້ງ ທີ່ໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກພາຍຸນ້ຳຖ້ວມ; ພ້ອມທັງໜູນຊ່ວຍເງິນເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບແຂວງຮ່າຕິ້ງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.

ໂດຍ: ທູຈາງ