leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ. ພາບ: qdnd.vn

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕີລາຄາສູງຜົນການຮ່ວມມືຮອບດ້ານລະຫວ່າງສານປະຊາຊົນສູງສຸດສອງປະເທດ, ເປັນຕົ້ນແມ່ນໃນການແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນປະສົບການໃນການພິພາກສາ, ການໜູນຊ່ວຍດ້ານຕຸລາການ... ພິເສດ, ການສົມທົບຢ່າງມີປະສິດທິຜົນລະຫວ່າງສານປະຊາຊົນຂັ້ນແຂວງສອງປະເທດ ໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາຍແດນ, ແກ້ໄຂການຂັດແຍ້ງທາງແພ່ງທີ່ມີປັດໄຈຕ່າງປະເທດ ໄດ້ປະກອບສ່ວນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ,  ເພີ່ມທະວີຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ກອງປະຊຸມສານບັນດາແຂວງທີ່ມີຊາຍແດນຕິດຈອດກັນລະຫວ່າງຫວຽດນາມ - ລາວ - ກໍາປູເຈຍ ຍັງໄດ້ຮັບການຮັກສາຜັດປ່ຽນກັນຈັດຕັ້ງສອງປີເທື່ອໜຶ່ງ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ໝາກຜົນຂອງກອງປະຊຸມ ສືບຕໍ່ຢືນຢັນບົດບາດທີ່ຕັ້ງໜ້າຂອງສານໃນການປົກປ້ອງຄວາມຍຸຕິທຳ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ປະກອບສ່ວນຮັດແໜ້ນຄວາມສາມັກຄີ ແລະການຮ່ວມມືມິດຕະພາບລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງ.

ທ່ານປະທານສະພາແຫ່ງຊາດ ຊົມເຊີຍເລື່ອງສານປະຊາຊົນສູງສຸດຫວຽດນາມ ແລະລາວ ພວມຕັ້ງໜ້າແລກປ່ຽນ, ເຫັນດີເປັນເອກະພາບເນື້ອໃນເພື່ອລົງນາມບົດບັນທຶກການຮ່ວມມືສະບັບໃໝ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບດ້ານຕຸລາການ ແລະ ກໍ່ສ້າງລັດແຫ່ງກົດໝາຍ ສັງຄົມນິຍົມ ໃນໄລຍະປະຈຸບັນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ ພ້ອມດ້ວຍບັນດາຜູ້ແທນ. ພາບ: qdnd.vn

ສ່ວນທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດລາວ ໃຫ້ຮູ້ວ່າ ໃນການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນໃນຄັ້ງນີ້, ສອງຝ່າຍໄດ້ດໍາເນີນການແລກປ່ຽນກ່ຽວກັບການລົງນາມຂໍ້ຕົກລົງການຮ່ວມມືລະຫວ່າງສານປະຊາຊົນສູງສຸດຂອງສອງປະເທດ ຄືນໃໝ່ (ລົງນາມໃນປີ 2008); ສອງຝ່າຍກໍຈະເພີ່ມທະວີການບໍາລຸງສ້າງດ້ານວິຊາການ ໃຫ້ແກ່ບັນດາຜູ້ພິພາກສາຂອງລາວໃນຂົງເຂດຕ່າງໆ.

ປະທານສານປະຊາຊົນສູງສຸດລາວ ປາດຖະໜາວ່າ ສານປະຊາຊົນສູງສຸດສອງປະເທດ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມືທີ່ເປັນມູນເຊື້ອໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນໃນການບຳລຸງສ້າງພະນັກງານ, ແລກປ່ຽນວິຊາການ ແລະການຫັນເປັນດີຈີຕອນໃນຂົງເຂດຕຸລາການ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ທູຈາງ