leftcenterrightdel
ບັນດາຜູ້ແທນປະຕິບັດພິທີວາງສີລາລຶກເພື່ອເລີ່ມລົງມືກໍ່ສ້າງ. ພາບ: ຢຸຍຕວ່ານ

ໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ-ໂທລະພາບແຂວງຫົວພັນ ມີມູນຄ່າການລົງທຶນທັງໝົດ 146,4 ຕື້ດົ່ງ, ໃນນັ້ນ ລັດຖະບານຫວຽດນາມ ຊ່ວຍເຫຼືອລ້າ 138,6 ຕື້ດົ່ງ ແລະທຶນສົມທົບຂອງລັດຖະບານລາວ 7,8 ຕື້ດົ່ງ.

ທີ່ພິທີ, ທ່ານ ພຸດພັນ ແກ້ວວົງໄຊ ເລຂາພັກແຂວງ, ຮອງເຈົ້າແຂວງຫົວພັນ ໃຫ້ຮູ້ວ່າ, ນີ້ແມ່ນໜຶ່ງໃນບັນດາໂຄງການຮ່ວມມືລະຫວ່າງລັດຖະບານລາວ ແລະຫວຽດນາມ, ມີຄວາມໝາຍສໍາຄັນພິເສດສໍາລັບການພັດທະນາຂອງແຂວງ. ພາຍຫຼັງສຳເລັດ ແລະນຳໃຊ້ແລ້ວ, ໂຄງການດັ່ງກ່າວ ຈະປະກອບສ່ວນຍົກສູງກໍາລັງຄວາມສາມາດດ້ານພື້ນຖານໂຄງລ່າງສື່ມວນຊົນຂອງທ້ອງຖິ່ນ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໃນການຖ່າຍທອດຂໍ້ມູນຂ່າວສານຢ່າງວ່ອງໄວ, ຖືກຕ້ອງ, ໂປ່ງໃສ, ກາຍເປັນຊ່ອງທາງໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ ແລະລັດ ຢ່າງມີປະສິດທິຜົນ, ພ້ອມທັງສະໜອງແຫຼ່ງຂໍ້ມູນຂ່າວສານ, ພູມປັນຍາຢ່າງອຸດົມສົມບູນ, ຫຼາຍຮູບຫຼາຍແບບໃຫ້ແກ່ປະຊາຊົນ.

ທ່ານ ພຸດພັນ ແກ້ວວົງໄຊ ເນັ້ນໜັກວ່າ ກິດຈະກຳບໍ່ພຽງແຕ່ມີຄຸນຄ່າດ້ານເສດຖະກິດ-ສັງຄົມເທົ່ານັ້ນ ຫາກຍັງເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ