ດ່ານັງ ສືບຕໍ່ໜູນຊ່ວຍບັນດາແຂວງພາກໃຕ້-ພາກກາງຂອງລາວ ໃນການພັດທະນາເສດຖະກິດ-ສັງຄົມ
    
    
    
        
            
ກປ.ອອນໄລ -  ຕອນຄໍ່າວັນທີ 30 ຕຸລາ, ໃນຂອບເຂດການໄປປະຕິບັດງານຢູ່ ສປປ ລາວ, ຄະນະການນໍານະຄອນດ່ານັງ ນຳໂດຍສະຫາຍ ຫງວຽນດິ່ງວິ້ງ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດ່ານັງ ໄດ້ເຂົ້າຢ້ຽມຂໍ່ານັບການນຳແຂວງສະຫວັນນະເຂດ.
        
        
        
            
	
		
			|     | 
		
			|  | 
		
			| ບັນຍາກາດທີ່ການເຮັດວຽກ. ພາບ: ແອັງດ່າວ | 
	
	ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍ ຫງວຽນດິ່ງວິ້ງ ໃຫ້ຮູ້ວ່າ ນະຄອນດ່ານັງ ມີການພົວພັນອັນສະໜິດແໜ້ນກັບບັນດາແຂວງພາກໃຕ້-ພາກກາງຂອງລາວ, ໃນນັ້ນມີ ແຂວງສະຫວັນນະເຂດ; ໃນສະໄໝຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ກໍ່ຄືໃນໄລຍະສ້າງສາ ແລະພັດທະນາປະເທດຊາດ, ສອງຝ່າຍໄດ້ຄຽງບ່າຄຽງໄຫຼ່ ແລະພ້ອມກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອພ້ອມກັນພັດທະນາຢ່າງໝັ້ນຄົງ ແລະຍືນຍົງ.
	ປະຈຸບັນ, ນະຄອນດ່ານັງ ດ້ວຍທີ່ຕັ້ງ, ເງື່ອນໄຂ, ສະພາບການໃໝ່, ເປັນຕົ້ນແມ່ນນະຄອນມີເສັ້ນຊາຍແດນຕິດຈອດກັບລາວ; ຍ້ອນແນວນັ້ນ, ການສຸມໃສ່ເພີ່ມທະວີການຮ່ວມມືກັບແຂວງສະຫວັນນະເຂດ ກໍ່ຄື ບັນດາທ້ອງຖິ່ນຂອງພາກໃຕ້-ພາກກາງຂອງລາວ ໃນໄລຍະຈະມາເຖິງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳນະຄອນ.
	
		
			|     | 
		
			|  | 
		
			| ສະຫາຍ ຫງວຽນດິ່ງວິ້ງ ຮອງເລຂາຜູ້ປະຈໍາການຄະນະພັກນະຄອນດ່ານັງ ມອບຮູບພາບລຸງໂຮ່ ອ່ານໜັງສືພິມປະຊາຊົນ ໃຫ້ການນຳແຂວງສະຫວັນນະເຂດ. ພາບ: ແອັງດ່າວ | 
	
	ປະຈຸບັນ, ນະຄອນດ່ານັງ ໄດ້ຜັນຂະຫຍາຍການສ້າງແຜນຮ່າງເພີ່ມທະວີການຮ່ວມມືລະຫວ່າງນະຄອນດ່ານັງ ກັບທ້ອງຖິ່ນຂອງລາວ, ໃນນັ້ນ ມີແຂວງສະຫວັນນະເຂດ ໄລຍະ 2026-2030; ນີ້ແມ່ນພື້ນຖານສຳຄັນເພື່ອຫັນຄຳໝັ້ນສັນຍາລະຫວ່າງການນຳຂອງສອງທ້ອງຖິ່ນໃຫ້ປະກົດຜົນເປັນຈິງ. ກ່ຽວກັບຂໍ້ສະເໜີໜູນຊ່ວຍຂອງແຂວງສະຫວັນນະເຂດ, ພວກຂ້າພະເຈົ້າ ຮັບຮູ້ ແລະຈະພິຈາລະນາຄົ້ນຄວ້າຄວາມເປັນໄປໄດ້ ກໍ່ຄື ເງື່ອນໄຂທີ່ກ່ຽວຂ້ອງເພື່ອນໍາເຂົ້າແຜນຮ່າງຂອງນະຄອນ ໃຫ້ແກ່ໄລຍະ 2026-2030.
	ປະຈຸບັນ, ນະຄອນດ່ານັງ ໄດ້ຕົກລົງເພີ່ມທຶນການສຶກສາທັງໝົດ 50% ຂຶ້ນເປັນ 100% ໃຫ້ນັກສຶກສາຢູ່ແຂວງສະຫວັນນະເຂດ ແຕ່ສົກຮຽນ 2025-2026 ນີ້. ສະເໜີບັນດາສະຫາຍ ສໍາເລັດລະບຽບການໂດຍໄວ  ແລະສົ່ງນັກສຶກສາໄປຮຽນຢູ່ນະຄອນດ່ານັງ ໃນຕົ້ນເດືອນ ພະຈິກ 2025 ນີ້.
	ໂດຍ: ເຈິ່ນຮວ່ຽນ