ຕີລາຄາສູງຜົນງານການເຕີບໂຕທາງດ້ານເສດຖະກິດຢ່າງຕັ້ງໜ້າຢູ່ລາວ ໃນໄລຍະຜ່ານມາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນກິດຈະການປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ ແລະຮອບດ້ານ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການຕິດຕາມກວດກາຢ່າງໃກ້ຊິດຂອງສະພາແຫ່ງຊາດ ແລະການບໍລິຫານທີ່ມີປະສິດທິຜົນຂອງລັດຖະບານ, ປະເທດລາວ ອ້າຍນ້ອງ ຈະສືບຕໍ່ບັນລຸໄຊຊະນະໃໝ່ ແລະຍິ່ງໃຫຍ່ກວ່າເກົ່າ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງລາວ ຢ່າງແຂງແຮງ ແລະຮອບດ້ານ. ພາບ: baochinhphu.vn

ທ່ານນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າ ປະຊາຊົນລາວ ຈະປະຕິບັດເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຢ່າງມີໄຊ, ສະເຫຼີມສະຫຼອງ 50 ປີ ແຫ່ງວັນຊາດ ສປປ ລາວ ຢ່າງແທດຈິງ, ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ປະສົບຜົນສໍາເລັດ, ສ້າງສາປະເທດລາວ ທີ່ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະຈະເລີນຮຸ່ງເຮືອງ ສໍາເລັດຜົນ.

ທ່ານ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນແບບພິເສດ ແລະໃຫ້ບຸລິສະສິດສູງສຸດຕໍ່ການພົວພັນກັບລາວ, ຍາມໃດກໍ່ມານະພະຍາຍາມເພີ່ມພູນຄູນສ້າງ ແລະນໍາການພົວພັນຫວຽດນາມ-ລາວ ໃຫ້ສືບຕໍ່ພັດທະນາຢ່າງຍືນຍົງ, ນັບມື້ນັບເຂົ້າສູ່ລວງເລິກ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ເຫັນດີເປັນເອກະພາບຕໍ່ການຕີລາຄາ, ການແບ່ງປັນຂອງທ່ານ ຟ້າມມິງຈິ໊ງ; ເຫັນດີເປັນເອກະພາບກ່ຽວກັບເລື່ອງສອງຝ່າຍເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍໂຄງການຈຸດສຸມຢ່າງມີປະສິດທິຜົນ, ຖືກຕາມຄວາມຄືບໜ້າ, ສະເຫຼີມສະຫຼອງວັນບຸນສຳຄັນຂອງສອງພັກ, ສອງປະເທດໃນປີ 2025 ຢ່າງແທດຈິງ.

ໂດຍ: ຈາງຫງວຽນ