ຕ້ອນຮັບຄະນະມີ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ. ເຂົ້າຮ່ວມມີສະຫາຍນາງ ດັ້ງທິຫາຍເຕິມ, ຫົວໜ້າກົງສຸນໃຫຍ່ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ.

ຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງຈິງໃຈ ແລະອົບອຸ່ນຂອງການນຳແຂວງສະຫວັນນະເຂດ, ສະຫາຍ ເຈິ່ນຟອງ ເຊື່ອໝັ້ນວ່າ ແຂວງກວ໋າງຈິ ແລະແຂວງສະຫວັນນະເຂດ ຈະມີການຮ່ວມມືຢ່າງແໜ້ນແຟ້ນກວ່າໃນໄລຍະຈະມາເຖິງ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ການນໍາສອງແຂວງກວ໋າງຈິ ແລະແຂວງສະຫວັນນະເຂດ ແລກປ່ຽນກາລະໂອກາດຮ່ວມມືໃນໄລຍະຈະມາເຖິງ. ພາບ: dangcongsan.org.vn

ເນື່ອງໃນໂອກາດນີ້, ຄະນະຜູ້ແທນຂັ້ນສູງແຂວງກວ໋າງຈິ ໄດ້ມອບເງິນໜູນຊ່ວຍໃຫ້ແຂວງສະຫວັນນະເຂດ 9 ຕື້ດົ່ງ ເພື່ອກໍ່ສ້າງໂຮງຮຽນປະຖົມອຸດົມສຸກ ຢູ່ເມືອງເຊໂປນ ແລະ 200 ລ້ານດົ່ງ ເພື່ອປະຕິບັດວຽກງານຮັບປະກັນຊີວິດສັງຄົມ.

ສະແດງຄວາມຂອບໃຈຕໍ່ອາລົມຈິດເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ ສະຫງວນໃຫ້ແຂວງສະຫວັນນະເຂດ, ສະຫາຍ ໂພໄຊ ໄຂຄໍາພິທູນ ຫວັງວ່າ ແຂວງກວ໋າງຈິ ແລະແຂວງສະຫວັນນະເຂດ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ບັນດາຄະນະ, ຂະແໜງການຂອງສອງແຂວງໄດ້ພົບປະແລກປ່ຽນ, ແລກປ່ຽນບົດຮຽນວຽກງານແນໃສ່ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະທ້ອງຖິ່ນ.

ໂດຍ: ເຈິ່ນຮວ່ຽນ