ທີ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ລາມກິງ, ບັນດາຜູ້ແທນ ໄດ້ຮັບຟັງທ່ານ ໂດ້ກວາງຈ້ອງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງແທງຮ໋ວາ ແນະນໍາໂດຍສັງເຂບກ່ຽວກັບບັນດາຄຸນຄ່າປະຫວັດສາດ, ວັດທະນະທຳ, ສະຖາປັດຕະຍະກຳສິລະປະ ແລະທັດສະນີຍະພາບຂອງເຂດປູຊະນີຍະສະຖານ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ລາມກິງ. ພາບ: baothanhhoa.vn

ທ່ານ ໂດ້ກວາງຈ້ອງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະທ່ອງທ່ຽວແຂວງແທງຮ໋ວາ ຂອບໃຈຕໍ່ອາລົມຈິດຄວາມຮັກແພງທີ່ປະເທດລາວ ໄດ້ສະຫງວນໃຫ້ຫວຽດນາມ; ພ້ອມທັງ, ຫວັງວ່າຜ່ານການຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດ ລາມກິງ ຈະປະກອບສ່ວນແຜ່ຂະຫຍາຍຄຸນຄ່າມໍລະດົກໃຫ້ແກ່ເພື່ອນມິດ, ນັກທ່ອງທ່ຽວລາວ ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນປັບປຸງ, ຮັດແໜ້ນກວ່າອີກສາຍພົວພັນ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ” ລະຫວ່າງ ຫວຽດນາມ - ລາວ.

ສິ້ນສຸດການຢ້ຽມຢາມ, ບັນດາຜູ້ແທນ ໄດ້ສະແດງຄວາມປິຕິຊົມຊື່ນ ແລະດີໃຈເມື່ອໄດ້ໄປຢ້ຽມຢາມໂດຍກົງສະຖານທີ່ອະນຸລັກຮັກສາບັນດາຄຸນຄ່າມໍລະດົກວັດທະນະທຳອັນລ້ຳຄ່າ. ພ້ອມທັງຫວັງວ່າ ເຂດປູຊະນີຍະສະຖານແຫ່ງຊາດພິເສດ ລາມກິງ ຈະສືບຕໍ່ໄດ້ຮັບການອະນຸລັກຮັກສາ ແລະບູລະນະຢ່າງຍືນຍົງ, ເສີມຂະຫຍາຍຄຸນຄ່າປະຫວັດສາດຢ່າງຄົບຖ້ວນ, ປະກອບສ່ວນເຮັດໃຫ້ເຂດປູຊະນີຍະສະຖານກາຍເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທຳ-ປະຫວັດສາດ ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດນັບມື້ນັບຫຼາຍຂຶ້ນ.

ໂດຍ: ຈາງຫງວຽນ