ໂດຍຜັນຂະຫຍາຍແຜນການຮ່ວມມືລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ໄລຍະ 2021-2025, ທ່ານນາງ ດາຣານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ໄດ້ນຳໜ້າຄະນະຜູ້ແທນກະຊວງວັດທະນະທຳ ແລະການທ່ອງທ່ຽວລາວ ໄປຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ແລະເປັນປະທານຈັດຕັ້ງສັບປະດາວັດທະນະທຳລາວ ຢູ່ຫວຽດນາມ 2025.

ຕາມຂໍ້ມູນຈາກກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລ້ວ, ເຫດການເຊີດຊຸນໍ້າໃຈມິດຕະພາບ ແລະການພົບປະແລກປ່ຽນວັດທະນະທໍາອັນຍາວນານລະຫວ່າງສອງປະເທດຫວຽດນາມ ແລະລາວ; ພ້ອມທັງເປັນຂົວເຊື່ອມຕໍ່ຊ່ວຍເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ແມ່ນໂອກາດໂຄສະນາສິລະປະພື້ນເມືອງ ແລະມໍລະດົກວັດທະນະທໍາ ທີ່ອຸດົມສົມບູນຂອງປະເທດລາວ.

ເລື່ອງສຸມໃສ່ຈັດຕັ້ງການເຄື່ອນໄຫວວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນຈະປະກອບສ່ວນໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດສາຍພົວພັນແບບພິເສດຫວຽດນາມ - ລາວ ຢ່າງເລິກເຊິ່ງກວ້າຂວາງ, ເພື່ອໃຫ້ປະຊາຊົນທຸກຊັ້ນຄົນຂອງສອງປະເທດເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບສາຍພົວພັນມິດຕະພາບທີ່ສັດຊື່ບໍລິສຸດ ແລະຜ່ອງໃສລະຫວ່າງສອງພັກ ແລະສອງປະເທດ.

leftcenterrightdel
ສັບປະດາວັດ​ທະ​ນະ​ທຳ​ລາວ ຢູ່​ຫວຽດ​ນາມ ປີ 2025 ຈະຈັດຂຶ້ນຢູ່ ຮ່າໂນ້ຍ ແລະແທັງຮວ໋າ. ພາບປະກອບ: ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ

ກ່ຽວກັບການຮ່ວມມືດ້ານວັດທະນະທຳ, ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ສິລະປະທີ່ມີຊີວິດຊີວາ ໃນໄລຍະຜ່ານມາ ຄື: ສັບປະດາວັດທະນະທຳຫວຽດນາມ ຢູ່ ລາວ, ສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ, ງານບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ແລະອື່ນໆ.

ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ, ໃນຫຼາຍປີຜ່ານມາ, ຫວຽດນາມ ຍາມໃດກໍ່ຢືນອັນດັບທີ 2 ໃນບັນດາປະເທດມີນັກທ່ອງທ່ຽວໄປທ່ຽວລາວ ແລະລາວແມ່ນໜຶ່ງໃນ 15 ຕະຫຼາດແຖວໜ້າຂອງການທ່ອງທ່ຽວຫວຽດນາມ. ບັນດາການເຄື່ອນໄຫວສົ່ງເສີມ, ໂຄສະນາໄດ້ຮັບການຜັນຂະຫຍາຍຢ່າງເປັນປະຈຳ, ປະກອບສ່ວນຍົກສູງພາບພົດຂອງສອງປະເທດ ແລະຊຸກຍູ້ຄວາມສະໜິດຕິດພັນລະຫວ່າງວິສາຫະກິດຂອງສອງປະເທດ.

ສອງປະເທດພວມຜັນຂະຫຍາຍໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ນີ້ແມ່ນໂຄງການພົ້ນເດັ່ນທີ່ມີຄວາມໝາຍດ້ານການເມືອງ, ວັດທະນະທຳ ແລະປະຫວັດສາດອັນເລິກເຊິ່ງ, ເປັນສັນຍາລັກໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

ໃນການຮ່ວມມືດ້ານມໍລະດົກ, ຝ່າຍລາວ ໄດ້ຮັບຮູ້ “ເສັ້ນທາງສາຍພູຫຼວງ - ເສັ້ນທາງໂຮ່ຈີມິນ ເທິງດິນແດນລາວ” ເປັນປູຊະນີຍະສະຖານປະຫວັດສາດລະດັບຊາດຂອງລາວ ໃນພິທີທີ່ມີການເຂົ້າຮ່ວມຂອງທ່ານນາງ ຫວໍທິແອັ໊ງຊວນ ຮອງປະທານປະເທດຫວຽດນາມ  ແລະທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດລາວ  (ເດືອນສິງຫາ 2025).

ໂດຍ: ໄຊນີດາ