ປະຊາຄົມຊາວຫວຽດນາມ ຢູ່ລາວ ໜູນຊ່ວຍພີ່ນ້ອງຮ່ວມຊາດທີ່ໄດ້ຮັບຄວາມເສຍຫາຍຈາກພາຍຸ ແລະໄພນ້ຳຖ້ວມ
ກປ.ອອນໄລ - ວັນທີ 11 ຕຸລາ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ເກັບຍອດຈຳນວນເງິນບໍລິຈາກໂດຍກົງ ຫຼືໂດຍບັນດາອົງການ, ບຸກຄົນໂອນເງິນຜ່ານບັນຊີທະນາຄານ ດ້ວຍຈຳນວນເງິນເບື້ອງຕົ້ນເກືອບ 730.000.000 ດົ່ງ.
ຕອບສະໜອງຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະພັກກະຊວງການຕ່າງປະເທດ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນລະຫວ່າງວັນທີ 10-11 ຕຸລາ, ຄະນະພັກ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງພິທີບໍລິຈາກ, ສະໜັບສະໜູນພີ່ນ້ອງຮ່ວມຊາດທີ່ໄດ້ຮັບຜົນກະທົບອັນໜັກໜ່ວງຈາກພາຍຸ ແລະໄພນ້ຳຖ້ວມໃນໄລຍະຜ່ານມາ.
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ແລະຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງສະຖານທູດ ເຂົ້າຮ່ວມການບໍລິຈາກ. ພາບ: ສໍານັກຂ່າວສານຫວຽດນາມ. |
ພະນັກງານ, ລັດຖະກອນສະຖານທູດ, ອົງການຜູ້ຕາງໜ້າຫວຽດນາມ ປະຈຳ ລາວ, ໜ່ວຍພັກທີ່ຂຶ້ນກັບ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ລາວ ເຂົ້າຮ່ວມບໍລິຈາກຢ່າງຕັ້ງໜ້າ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ເນັ້ນໜັກເຖິງການເສີນຂະຫຍາຍມູນເຊື້ອສາມັກຄີອັນລ້ຳຄ່າຂອງປະເທດຫວຽດນາມ ດ້ວຍຈິດໃຈ “ຮັກແພງເຊິ່ງກັນ ແລະກັນ”, ເຖິງວ່າຢູ່ຫ່າງໄກຈາກບ້ານເກີດເມືອງນອນກໍ່ຕາມ, ພະນັກງານ, ລັດຖະກອນ ແລະຊາວຫວຽດນາມ ຢູ່ລາວ ແຕ່ລະຄົນຍາມໃດກໍ່ຫັນໄປສູ່ບ້ານເກີດເມືອງນອນ, ແບ່ງປັນຄວາມຫຍຸ້ງຍາກໃຫ້ບັນດາພີ່ນ້ອງຮ່ວມຊາດພາຍໃນປະເທດ, ຮ່ວມແຮງຮ່ວມໃຈຊ່ວຍເຫຼືອຍາດຕິພີ່ນ້ອງຜ່ານຜ່າຄວາມຫຍຸ້ງຍາກ, ຄວາມເສຍຫາຍເພື່ອເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.
ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ເກັບຍອດຈຳນວນເງິນບໍລິຈາກໂດຍກົງ ຫຼື ໂດຍບັນດາອົງການ, ບຸກຄົນໂອນເງິນຜ່ານບັນຊີທະນາຄານດ້ວຍຈຳນວນເງິນເບື້ອງຕົ້ນເກືອບ 730.000.000 ດົ່ງ.
ສະຖານທູດຫວຽດນາມ ປະຈຳ ລາວ ຫວັງວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຂອງປະຊາຄົມຊາວຫວຽດນາມ ປະຈຳ ລາວ ກໍ່ຄືບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນ ແລະດຳເນີນທຸລະກິດຢູ່ ລາວ.
ໂດຍ: ຈາງຫງວຽນ