ຍົກສູງວິຊາການວຽກງານຊາວໜຸ່ມ-ວຽກງານເຍົາວະຊົນ ໃຫ້ແກ່ພະນັກງານຄະນະຊາວໜຸ່ມຂອງນະຄອນຫຼວງວຽງຈັນ
ກປ.ອອນໄລ - ຫວ່າງມໍ່ມານີ້, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງຊຸດຝຶກອົບຮົມວິຊາການວຽກງານຊາວໜຸ່ມ ແລະວຽກງານເຍົາວະຊົນ ໃຫ້ແກ່ພະນັກງານຄະນະຊາວໜຸ່ມ ແລະພະນັກງານຮັບຜິດຊອບວຽກງານເຍົາວະຊົນ ຂອງຄະນະຊາວໜຸ່ມນະຄອນຫຼວງວຽງຈັນ (ລາວ) ແລະນະຄອນຫຼວງຮ່າໂນ້ຍ.
ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ດ່າວດຶກຫວຽດ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ເນັ້ນໜັກວ່າ ຊຸດຝຶກອົບຮົມປີ 2025 ດໍາເນີນໄປໃນສະພາບສອງປະເທດຫວຽດນາມ-ລາວ ພວມມີການເຄື່ອນໄຫວດ້ານການເມືອງ, ປະຫວັດສາດອັນຍິ່ງໃຫຍ່ຫຼາຍຢ່າງ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງຊາດເລິກເຊິ່ງກວ່າອີກ.
ໄລຍະ 2022-2025, ການຮ່ວມມືລະຫວ່າງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ກັບຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ພົ້ນເດັ່ນແມ່ນບັນດາລາຍການພົບປະແລກປ່ຽນຊາວໜຸ່ມ, ການເຄື່ອນໄຫວອາສາສະໝັກທີ່ແທດຈິງ ແລະມີປະສິດທິຜົນ. ໃນນັ້ນ, ວຽກງານຝຶກອົບຮົມ ແລະບຳລຸງສ້າງພະນັກງານຊາວໜຸ່ມ ແລະຜູ້ຮັບຜິດຊອບວຽກງານເຍົາວະຊົນນະຄອນຫຼວງວຽງຈັນ ໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ບັນລຸໄດ້ໝາກຜົນລະອຽດຫຼາຍຢ່າງ.
    |
 |
ທ່ານ ດ່າວດຶກຫວຽດ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ສໍານັກຂ່າວສານຫວຽດນາມ |
ແຕ່ປີ 2009 ມາຮອດປະຈຸບັນ, ໂຮງຮຽນ ເລຢວ໊ນ ໄດ້ຈັດຕັ້ງຊຸດອົບຮົມ 14 ຊຸດໃຫ້ແກ່ພະນັກງານຮັບຜິດຊອບວຽກງານເຍົາວະຊົນ ຂອງນະຄອນຫຼວງວຽງຈັນຂອງລາວ 280 ຄົນ. ພິເສດ, ນັບແຕ່ປີ 2022 ເປັນຕົ້ນມາ, ໄດ້ຜັນຂະຫຍາຍ 3 ຊຸດຝຶກອົບຮົມໃຫ້ແກ່ພະນັກງານວຽກງານຊາວໜຸ່ມ ຂອງຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ 80 ຄົນ.
ທ່ານ ດ່າວດຶກຫວຽດ ຮອງເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ ປາດຖະໜາວ່າ ບັນດານັກຝຶກອົບຮົມ ຈະເສີມຂະຫຍາຍຈິດໃຈ “ຮ່ຳຮຽນໄປຄຽງຄູ່ກັບການຝຶກຫັດ”, ຕັ້ງໜ້າແລກປ່ຽນບົດຮຽນເພື່ອໝູນໃຊ້ເຂົ້າໃນພາກປະຕິບັດຕິວຈິງ, ຍົກສູງຄຸນນະພາບການເຄື່ອນໄຫວຂອງວຽກງານເຍົາວະຊົນຢູ່ຮາກຖານ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ.
    |
 |
ບັນດານັກຝຶກອົບຮົມ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາງໜ້າຄະນະຜູ້ແທນລາວ, ສະຫາຍ ຄອນສະຫວັນ ສີຫານາມ, ຫົວໜ້າຄະນະເຍົາວະຊົນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ໂຮງຮຽນ ເລຢວ໊ນ. ສະຫາຍ ຄອນສະຫວັນ ສີຫານາມ ຢືນຢັນວ່າ: ໃນໂລກຫາຍາກມີສາຍພົວພັນແບບພິເສດ ແລະຍິ່ງໃຫຍ່ປຽບເໝືອນສາຍພົວພັນລະຫວ່າງສອງປະເທດອ້າຍນ້ອງ ຫວຽດນາມ - ລາວ.
ໃນເວລາ 25 ວັນ, ບັນດານັກຝຶກອົບຮົມ ຈະໄປທັດສະນະສຶກສາຢູ່ບັນດາສະຖານທີ່ວັດທະນະທຳ, ພົບປະແລກປ່ຽນກັບອົງການຈັດຕັ້ງຊາວໜຸ່ມ - ເຍົາວະຊົນໃນບໍລິເວນນະຄອນຮ່າໂນ້ຍ, ພ້ອມກັບບັນດາຄູອາຈານຮັບຜິດຊອບວຽກງານເຍົາວະຊົນ ໃນບໍລິເວນນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມຮູບແບບງານແຂ່ງຂັນ ເພື່ອແບ່ງປັນບົດຮຽນປະສົບການ, ຊອກຮູ້ວັດທະນະທຳຂອງສອງຊາດ, ຜ່ານນັ້ນຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງນະຄອນຫຼວງເວົ້າສະເພາະ ແລະສອງປະເທດເວົ້າລວມ.
ໂດຍ: ທູຈາງ