ນີ້ແມ່ນຂີດໝາຍສຳຄັນ, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ແລະປະສິດທິຜົນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງໄຊສົມບູນ, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຢືນຢັນວ່າ ການສ້າງຕັ້ງຄະນະຄຸ້ມຄອງ ທັງມີລັກສະນະການບໍລິຫານ ທັງແມ່ນບາດກ້າວຍຸດທະສາດເພື່ອແນໃສ່ຍົກສູງປະສິດທິຜົນຂອງການຈັດຕັ້ງປະຊາຄົມ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະປະກອບສ່ວນເຂົ້າໃນການປັບປຸງຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ຄະນະຄຸ້ມຄອງໄດ້ຮັບການສ້າງຕັ້ງຂຶ້ນຕາມຂໍ້ຕົກລົງຂອງເຈົ້າແຂວງໄຊສົມບູນ, ເຊິ່ງສວມບົດບາດເປັນຫົວເງື່ອນສົມທົບລະຫວ່າງອໍານາດການປົກຄອງແຂວງ, ສະຖານທູດ ແລະ ປະຊາຄົມຊາວຫວຽດນາມ ໃນການຄຸ້ມຄອງ, ເຊື່ອມຕໍ່ ແລະໜູນຊ່ວຍການເຄື່ອນໄຫວພັກພາອາໄສ, ດໍາເນີນຊີວິດ, ດຳເນີນທຸລະກິດ ແລະການເຊື່ອມໂຍງຂອງພໍ່ແມ່ປະຊາຊົນ. ຄະນະຈະຜັນຂະຫຍາຍຫຼາຍໜ້າທີ່ແທດຈິງ ຄື ຈັດຕັ້ງການເຄື່ອນໄຫວຊຸມຊົນ, ການພົບປະແລກປ່ຽນວັດທະນະທຳ-ການສຶກສາ ແລະການກຸສົນ; ເກັບກຳ ແລະຄຸ້ມຄອງຂໍ້ມູນກ່ຽວກັບຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ ແລະດຳເນີນທຸລະກິດຢູ່ທ້ອງຖິ່ນ; ສົມທົບກັນໂຄສະນາກົດໝາຍ, ແນະນຳໃຫ້ພໍ່ແມ່ປະຊາຊົນປະຕິບັດຕາມການກໍານົດຂອງປະເທດປະຈໍາຖິ່ນ; ໜູນຊ່ວຍດ້ານນິຕິກໍາ, ໄກ່ເກ່ຍ ແລະປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງຊາວຫວຽດນາມ.

leftcenterrightdel
ທ່ານພົນຈັດຕະວາ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງໄຊສົມບູນ ມອບຂໍ້ຕົກລົງສ້າງຕັ້ງຄະນະຄຸ້ມຄອງຊາວຫວຽດນາມ ອາໄສຢູ່ແຂວງໄຊສົມບູນ ໃຫ້ແກ່ທ່ານ ຮວ່າງງອກຕ່ວຽນ (ເບື້ອງຊ້າຍ). ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີປະກາດ, ທ່ານພົນຈັດຕະວາ ບົວພັນ ອິນທະປັນຍາ, ຮອງເລຂາພັກແຂວງໄຊສົມບູນ ເນັ້ນໜັກວ່າ: ການສ້າງຕັ້ງຄະນະຄຸ້ມຄອງ ແມ່ນເປົ້າໝາຍສຳຄັນເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ ລາວ-ຫວຽດນາມ, ພ້ອມທັງສະເໜີໃຫ້ຄະນະ ສຸມໃສ່ປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ເປັນເສນາທິການໃຫ້ອໍານາດການປົກຄອງແຂວງ ແລະສະຖານທູດຫວຽດນາມ ໃນວຽກງານຄຸ້ມຄອງ, ປຸກລະດົມປະຊາຄົມປະຕິບັດຕາມກົດໝາຍ.

ທີ່ພິທີ, ທ່ານພົນຈັດຕະວາ ບົວພັນ ອິນທະປັນຍາ ໄດ້ມອບຂໍ້ຕົກລົງສ້າງຕັ້ງ ແລະແຕ່ງຕັ້ງທ່ານ ຮວ່າງງອກຕ່ວຽນ ດໍາລົງຕໍາແໜ່ງເປັນຫົວໜ້າຄະນະຄຸ້ມຄອງ ພ້ອມດ້ວຍບັນດາສະມາຊິກໃນຄະນະຄຸ້ມຄອງຊາວຫວຽດນາມ ອາໄສ ຢູ່ແຂວງໄຊສົມບູນ.

ໂດຍ: ທູຈາງ