ຊຸກຍູ້ບັນດາໂຄງການຮ່ວມມື ຫວຽດນາມ-ລາວ ຢ່າງວ່ອງໄວ, ເຂັ້ມແຂງ ແລະມີປະສິດທິຜົນ
ກປ.ອອນໄລ - ຕອນເຊົ້າວັນທີ 3 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ.
ຕາມບົດລາຍງານຂອງກະຊວງການເງິນແລ້ວ, ການຜັນຂະຫຍາຍປະຕິບັດຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ຫວຽດນາມ-ລາວ ໃນ 8 ເດືອນຕົ້ນປີ 2025 ບັນລຸໄດ້ເປົ້າໝາຍວາງອອກ ແລະບັນລຸໄດ້ຫຼາຍໝາກຜົນສຳຄັນ. ໃນນັ້ນໄດ້ແກ້ໄຂຫຼາຍເນື້ອໃນການຮ່ວມມືຈຸດສຸມລະຫວ່າງສອງຝ່າຍ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈຳນວນໜຶ່ງ, ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າໃນບັນດາຂົງເຂດ: ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບຳລຸງສ້າງຊັບພະຍາກອນມະນຸດ, ເສດຖະກິດ, ການຄ້າ.
    |
 |
ທ່ານ ຫງວຽນຈີ໊ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ວິສາຫະກິດ ກ່ຽວກັບການກວດກາຄືນສະພາບການຜັນຂະຫຍາຍການຮ່ວມມື ຫວຽດນາມ-ລາວ. ພາບ: baochinhphu.vn |
ບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອຂອງຫວຽດນາມ ສະຫງວນໃຫ້ລາວ ໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຄືບໜ້າທີ່ໄດ້ວາງອອກໂດຍພື້ນຖານແລ້ວ. ເຈົ້າຂອງໂຄງການສອງຝ່າຍໄດ້ມານະພະຍາຍາມສົມທົບກັນຜັນຂະຫຍາຍໂຄງການ, ຫຼາຍໂຄງການໄດ້ສຳເລັດ, ມອບ ແລະນໍາເຂົ້າການນຳໃຊ້. ໃນບັນດາໂຄງການນຳໃຊ້ທຶນຊ່ວຍເຫຼືອຈາກລັດຖະບານຫວຽດນາມ ສະຫງວນໃຫ້ ລັດຖະບານລາວ, ມີ 2 ໂຄງການທີ່ສູ້ຊົນໃຫ້ສຳເລັດໃນປີ 2025. ສຳລັບ 5 ໂຄງການທີ່ພວມຜັນຂະຫຍາຍ, 4 ໂຄງການຄາດວ່າຈະໃຫ້ສໍາເລັດໃນປີ 2026 ແລະ 1 ໂຄງການແມ່ນໄດ້ສຳເລັດ.
ເນັ້ນໜັກເຖິງທັດສະນະແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະຊີ້ນໍາຂອງລັດຖະບານແມ່ນປັບປຸງ, ເພີ່ມທະວີການຮ່ວມມື, ໜູນຊ່ວຍລາວ ປະຕິບັດບັນດາໂຄງການໄວກວ່າ, ເຂັ້ມແຂງກວ່າ ແລະມີປະສິດທິຜົນກວ່າ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີ໊ຢຸງ ສະເໜີບັນດາກະຊວງ, ອົງການທີ່ກ່ຽວຂ້ອງພະຍາຍາມຈົນສຸດຄວາມສາມາດ, ຜ່ານນັ້ນສືບຕໍ່ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ລາວ.
ໂດຍ: ເຈິ່ນຮວ່ຽນ