ນັບແຕ່ສົກຮຽນ 2002 - 2003 ມາຮອດປະຈຸບັນ, ວິທະຍາໄລເຫວ້ ໄດ້ຮັບເອົານັກສຶກສາລາວ ເກືອບ 1.500 ຄົນ, ບໍາລຸງສ້າງພາສາຫວຽດນາມ ແລະວິຊາສະເພາະຫຼາຍລະດັບຈາກວິທະຍາໄລຈົນເຖິງມະຫາວິທະຍາໄລ, ປະລິນຍາໂທ, ປະລິນຍາເອກ.

leftcenterrightdel
ຜູ້ຕາງໜ້າຄະນະອໍານວຍການວິທະຍາໄລເຫວ້ ອວຍພອນບຸນປີໃໝ່ເຖິງສະຖານກົງສູນໃຫຍ່ ສປປ ລາວ ປະຈໍາ ດ່ານັ້ງ ໃນປີ 2025. ພາບ: ວັນດຶກ.

ພິເສດ, ໂຮງຮຽນແມ່ນຫົວໜ່ວຍດຽວຢູ່ເຫ້ວ ທີ່ໄດ້ຮັບໜ້າທີ່ບໍາລຸງສ້າງພາສາຫວຽດນາມ ໃຫ້ນັກສຶກສາລາວ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວສຶກສາເທົ່ານັ້ນ ຫາກຍັງແມ່ນຂົວເຊື່ອມຕໍ່ການທູດປະຊາຊົນ, ຊ່ວຍເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ ຫວຽດນາມ - ລາວ ໃຫ້ເລິກເຊິ່ງກວ່າອີກ.

ໂຄງການບໍາລຸງສ້າງພາສາຫວຽດນາມ ມີລັກສະນະສະເພາະທີ່ຈະແຈ້ງ ຄືການສອນພາສາປະສົມກັບວັດທະນະທຳ - ສັງຄົມຂອງຫວຽດນາມ ແລະບັນດາການເຄື່ອນໄຫວພຶດຕິກໍາຕົວຈິງ, ພົບປະແລກປ່ຽນຊຸມຊົນ.

ຕໍ່ໜ້າແງ່ຫວັງພັດທະນາ, ວິທະຍາໄລເຫ້ວ ສືບຕໍ່ປ່ຽນແປງໃໝ່ວິທີການສິດສອນ, ນຳໃຊ້ເຕັກໂນໂລຊີ, ເປີດກວ້າງການຮ່ວມມືກັບບັນດາແຂວງຂອງລາວ ເພື່ອດຶງດູດນັກສຶກສາໃໝ່, ຍົກສູງຄຸນນະພາບ ແລະໜູນຊ່ວຍໃຫ້ນັກສຶກສາ ເຊື່ອມໂຍງເຂົ້າກັນໃຫ້ດີຂຶ້ນ. ການຮັກສາ ແລະເສີມຂະຫຍາຍບັນດາໝາກຜົນພາຍຫຼັງ 20 ກວ່າປີແຫ່ງການເພີ່ມພູນຄູນສ້າງ ແມ່ນຫຼັກຖານທີ່ມີຊີວິດຊີວາຂອງຄວາມທົນທານໝັ້ນໜຽວ, ຄວາມຮັບຜິດຊອບ ແລະອາລົມຈິດຄວາມຮັກແພງລະຫວ່າງສອງປະເທດ.

ໂດຍ: ຈາງຫງວຽນ