ປະຈຸບັນ, ລາວ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 151 ປະເທດ, ມີການພົວພັນກັບ 145 ພັກການເມືອງ ຂຶ້ນກັບ 82 ປະເທດ, ມີການຮ່ວມມືກັບ 3 ອົງການຈັດຕັ້ງສາກົນ ແລະພາກພື້ນຂອງບັນດາພັກການເມືອງໃນໂລກ. ປະຈຸບັນປະເທດລາວ ມີ 20 ສະມາຄົມມິດຕະພາບ, ມີ 1 ຄະນະກໍາມະການສັນຕິພາບ ແລະສາມັກຄີກັບຕ່າງປະເທດ.

ລາວ ໄດ້ຜັນຂະຫຍາຍອົງການຜູ້ຕາງໜ້າໄປປະຈຳຢູ່ຕ່າງປະເທດ 41 ແຫ່ງ, ລວມມີ ສະຖານທູດ 27 ແຫ່ງ, ຄະນະຜູ້ຕາງໜ້າປະຈໍາການ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະຫ້ອງການກົງສູນ 1 ແຫ່ງ; ມີສະຖານກົງສູນກິດຕິມະສັກຂອງລາວ 24 ແຫ່ງຢູ່ 18 ປະເທດ ແລະສະຖານກົງສູນກິດຕິມະສັກຕ່າງປະເທດ 18 ແຫ່ງຢູ່ລາວ. ປະຈຸບັນລາວ ມີດ່ານຊາຍແດນສາກົນ 34 ແຫ່ງ ແລະມີການພົວພັນການຄ້າກັບ 60 ກວ່າປະເທດ.

ຄຽງຂ້າງນັ້ນ, ລາວ ໄດ້ສຳເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນກັບຈີນ, ຫວຽດນາມ ແລະມຽນມາ; ປະຈຸບັນກໍາລັງສືບຕໍ່ປະຕິບັດກັບໄທ ແລະກໍາປູເຈຍ.

ມາຮອດປະຈຸບັນ, ລາວ ໄດ້ເປັນສະມາຊິກຂອງສົນທິສັນຍາສາກົນ 1.500 ກວ່າສະບັບ, ໃນນັ້ນມີ 900 ກວ່າສະບັບແມ່ນສົນທິສັນຍາຫຼາຍຝ່າຍ; ພ້ອມດຽວກັນນັ້ນ ລາວ ກໍ່ປະກາດໃຊ້ກົດໝາຍ 5 ສະບັບ ແລະເອກະສານລຸ່ມກົດໝາຍ 7 ສະບັບທີ່ກ່ຽວຂ້ອງເຖິງວຽກງານການພົວພັນຕ່າງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ແລະການເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ຢຸຍຕວ່ານ

ຕາມທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດລາວ, ການປະກາດເອກະລາດຂອງລາວ ໃນວັນທີ 12 ຕຸລາ 1945 ແມ່ນຜົນງານຂອງການຕໍ່ສູ້ປະກອບອາວຸດ, ການຕໍ່ສູ້ທາງດ້ານການເມືອງຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງການນຳລຸ້ນຕ່າງໆທີ່ເຕັມໄປດ້ວຍນໍ້າໃຈຮັກຊາດ, ຮັກເອກະລາດ, ຕໍ່ສູ້ປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຮຸກຮານ,  ໃນນັ້ນ ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ແມ່ນຜູ້ນໍາທີ່ນຳໜ້າໄດ້ວາງພື້ນຖານໃຫ້ແກ່ຂະແໜງການທູດລາວ, ເປັນຂີດໝາຍແຫ່ງການເລີ່ມຕົ້ນຂອງວຽກງານການພົວພັນຕ່າງປະເທດ.

ໂດຍເຫັນໄດ້ເຖິງຄວາມໝາຍ, ຄວາມສໍາຄັນຂອງຜົນງານດັ່ງກ່າວ, ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງເລືອກເອົາວັນທີ 12 ຕຸລາ 1945 ເປັນວັນມູນເຊື້ອຂະແໜງການທູດລາວ.

ໃນຕະຫຼອດໄລຍະ 80 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ,  ຂະແໜງການທູດລາວ ໄດ້ພັດທະນາທາງດ້ານຂະໜາດ ແລະຄຸນນະພາບຢ່າງບໍ່ຢຸດຢັ້ງ; ຢຶດໝັ້ນແນວທາງການພົວພັນຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືສະເໝີຕົ້ນສະເໝີປາຍ” ຕາມທິດນຳທີ່ວ່າ “ເພີ່ມເພື່ອນ, ຫຼຸດຜ່ອນສັດຕູ”, ໝູນໃຊ້ຢ່າງມີໄຫວພິບ “ການທູດສະກັດກັ້ນ ແລະບຸກທະລຸ”, ເປີດກວ້າງການພົວພັນໃນຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ, ຫຼາຍຮູບການທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ.

ຂະແໜງການທູດລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ປົກປັກຮັກສາ ແລະພັດທະນາປະເທດ, ປັບປຸງການພົວພັນມິດຕະພາບກັບບັນດາປະເທດ, ສ້າງຄວາມເຊື່ອໝັ້ນກັບເພື່ອນມິດສາກົນ ແລະຍົກສູງຖານະທີ່ຕັ້ງຂອງລາວ ຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງວັນມູນເຊື້ອຂະແໜງການທູດລາວ ຄົບຮອບ 80 ປີ. ພາບ: ຢຸຍຕວ່ານ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂະແໜງການທູດລາວ ຄົບຮອບ 80 ປີ (12-10-1945/12-10-2025), ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ຕີລາຄາສູງຕໍ່ຜົນງານທີ່ບັນລຸໄດ້ຂອງຂະແໜງການທູດລາວ; ຢືນຢັນວ່າ ຂະແໜງການ ທູດລາວ ແມ່ນໜຶ່ງໃນສາມເສົາຄໍ້າແຫ່ງການປົກປັກຮັກສາປະເທດຊາດ ພ້ອມກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ວຽກງານການທູດລາວ ໄດ້ ແລະພວມປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດລາວ, ພ້ອມທັງປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດ, ທີ່ຕັ້ງຂອງລາວ ໃນເວທີສາກົນ.

ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານ ທອງລຸນ ສີສຸລິດ ສະເໜີໃຫ້ຂະແໜງການທູດລາວ ສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ, ມິດຕະພາບ, ເຄົາລົບເອກະລາດ, ອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ ແລະການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເສີມຂະຫຍາຍຈິດໃຈປະດິດສ້າງ, ຄຸນນະທາດ, ຄວາມສາມັກຄີ, ມີໄຫວພິບຕໍ່ການຜັນແປຂອງສະພາບການໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ກໍ່ຮຽກຮ້ອງໃຫ້ຕິດພັນການທູດທາງດ້ານການເມືອງກັບການທູດທາງດ້ານເສດຖະກິດ, ວັດທະນະທຳ, ປະຊາຊົນ ເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ; ກໍ່ສ້າງແນວທາງການທູດເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ສືບຕໍ່ເຄື່ອນໄຫວຊຸກຍູ້, ຮັດແໜ້ນການພົວພັນທາງການທູດກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດທີ່ມີອຸດົມການສັງຄົມນິຍົມດຽວກັນ, ບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດພັດທະນາເພື່ອຍາດແຍ່ງເອົາການຮ່ວມມື, ສະໜັບສະໜູນ ແລະການຊ່ວຍເຫຼືອເພື່ອຮັບໃຊ້ໃຫ້ແກ່ການພັດທະນາຂອງປະເທດໃຫ້ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ, ນຳປະເທດລາວ ອອກຈາກປະເທດດ້ອຍພັດທະນາໃນປີ 2026.

ເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຮຽກຮ້ອງມາຍັງຖັນແຖວ ພະນັກງານການທູດລາວ ຈົ່ງຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ສະຕິປັນຍາ, ກຳລັງກາຍ ແລະຄວາມສາມາດໃນການປັບຕົວຢ່າງມີໄຫວພິບ; ເປັນເຈົ້າການກໍາແໜ້ນສະພາບການ, ຄົ້ນຄວ້າຢ່າງເລິກເຊິ່ງ, ເປັນເສນາທິການຢ່າງຖືກຕ້ອງຊັດເຈນ, ມີປະຕິກິລິຍາຕໍ່ບັນຫາສາກົນຢ່າງທັນການ; ສະແດງອອກໃຫ້ເຫັນຈິດໃຈຢຶດໝັ້ນ ແລະປະດິດສ້າງ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂະແໜງການທູດລາວ ຄົບຮອບ 80 ປີ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈຳ ລາວ ໄປອວຍພອນທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍພະນັກງານ, ພາລະກອນກະຊວງການຕ່າງປະເທດລາວ.

ໂດຍ: ເຈິ່ນຮວ່ຽນ