ທີ່ການພົບປະສອງຝ່າຍ, ທ່ານ ເລວັນເລືອງ ປະທານຄະນະກຳມະການປະຊາຊົນແຂວງລາຍເຈົາ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອຕ້ອນຮັບຄະນະຜູ້ແທນແຂວງອຸດົມໄຊ ທີ່ມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງລາຍເຈົາ. ໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ສະໜິດຕິດພັນ ແລະໄວ້ເນື້ອເຊື່ອໃຈໃນຫຼາຍຂົງເຂດ; ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຮັກສາສາຍພົວພັນແບບຢ່າງ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດອ້າຍນ້ອງ. ສຳລັບແຂວງລາຍເຈົາ ແລະແຂວງອຸດົມໄຊ, ໃນຊຸມປີຜ່ານມາ, ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບການຮັກສາ, ປັບປຸງ, ເພີ່ມທະວີ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍລະຫວ່າງແຂວງລາຍເຈົາ ແລະແຂວງອຸດົມໄຊ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ແຂວງລາຍເຈົາ ປາດຖະໜາວ່າ ຈະພ້ອມກັບແຂວງອຸດົມໄຊ ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນປະສົບການໃນການສັບຊ້ອນກົງຈັກການຈັດຕັ້ງໃຫ້ກະທັດຮັດ; ເພີ່ມທະວີການຮ່ວມມືດ້ານເສດຖະກິດ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ພົບປະແລກປ່ຽນວັດທະນະທຳ, ປະກອບສ່ວນໂຄສະນາເຜີຍແຜ່ວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະຝ່າຍ; ຊຸກຍູ້ການພັດທະນາການທ່ອງທ່ຽວ, ສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດສອງຝ່າຍຮ່ວມມືສ້າງຮູບແບບການທ່ອງທ່ຽວຈາກແຂວງລາຍເຈົາ ຫາແຂວງອຸດົມໄຊ ແລະກົງກັນຂ້າມ; ສືບຕໍ່ສົມທົບກັນຍົກສູງຄຸນນະພາບການບຳລຸງສ້າງຊັບພະຍາກອນມະນຸດໃຫ້ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະແຂວງ.

ໂດຍ: ຈາງຫງວຽນ